National Agriculture and Forestry Research Institute

ວັນທີ 27-28 ພະຈິກ 2025, ທີ່ແຂວງຊຽງຂວາງ , ເພື່ອສະເຫຼີມສະຫຼອງບຸນເຂົ້າໄກ່ນ້ອຍປະຈໍາປີ 2025, ພະແນກກະສິກໍາ ແລະ ສິ່ງແວດລ້ອມ, ພະແນກວັດຖະນະທໍາ ແລະ ທ່ອງທ່ຽວ, ແລະ ໂຄງການປັບປຸງລະບົບນິເວດກະສິກໍາ ແລະ ຄວາມປອດໄພຂອງອາຫານ ໃນພາກພື້ນອາຊີຕາເວັນອອກສຽງໃຕ້​ ຫຼື ASSET (ອົງປະກອບທີ່ຈັດຕັ້ງປະຕິບັດໂດຍ NAFRI) ແລະ ພາກເອກະຊົນ (ທິເຄຈັນທິດາ ການຄ້າ ແລະ ຫຸ້ມຫໍ່ສິນຄ້າ ພູມປັນຍາຊາວບ້ານ )ໄດ້ຮ່ວມມືກັນ ຈັດງານປະກວດບ່າວທົ່ງໄຫ ແລະ ສາວໄກ່ນ້ອຍ ຄັ້ງທໍາອິດຂຶ້ນ ເພື່ອກະຕຸ້ນສັງຄົມໃຫ້ເກີດການຮ່ວມມືຂອງຫຼາຍຂະແໜງການ, ຫຼາຍກຸ່ມຄົນ ລວມທັງໄວໜຸ່ມຍິງ-ຊາຍ ໃນການພັດທະນາແຂວງຊຽງຂວາງແບບຍືນຍົງທີ່ຂະແໜງກະສິກໍາ, ທ່ອງທ່ຽວ ແລະ ວັດທະນະທໍາສັງຄົມ ສາມາດປະກອບສ່ວນໄດ້.

ໃນງານດັ່ງກ່າວ, ໄດ້ມີເວທີ ສົນທະນາພາກວິຊາການ ຫົວຂໍ້: “ການຮ່ວມມືເພື່ອພັດທະນາການຜະລິດເຂົ້າໄກ່ນ້ອຍເປັນສິນຄ້າແບບຍືນຍົງ” ໃຫ້ກຽດເປັນປະທານ ເວທີ ສົນທະນາ ໂດຍທ່ານ ວຽງຄໍາ ຈັນທະລາ,  ຫົວໜ້າພະແນກ ກະສິກໍາ ແລະ ສິ່ງແວດລ້ອມແຂວງຊຽງຂວາງ; ພ້ອມດ້ວຍ ແຂກຈາກຫ້າພາກສ່ວນຖືກເຊີນຮ່ວມສົນທະນາຢ່າງມີເນື້ອໃນສາລະສໍາຄັນດັ່ງນີ້:

ແຂວງຊຽງຂວາງມີທ່າແຮງໃນການຜະລິດເຂົ້່າໄກ່ນ້ອຍເປັນສິນຄ້າພາຍໃນ ແລະ ຕ່າງປະເທດ. ມີພູມສັນຖານທີ່ເໝາະສົມປູກເຂົ້າໄກ່ນ້ອຍ ແລະ ຖືກຈັດເປັນຖິ່ນກໍາເນີດຢ່າງເປັນທາງການ; ພ້ອມທັງປະຊາຊົນຊາວຊຽງຂວາງມີຄວາມດຸໝັ່ນ ແລະ ມີປະສົບການໃນການຜະລິດເຂົ້າດັ່ງກ່າວທີ່ມີຄຸນນະພາບເພື່ອບໍລິໂພກ. ເຂົ້້າໄກ່ນ້ອຍມີຄວາມນຸ້ມ, ຫອມ ແລະ ຮູບລັກຊະນະຂອງເມັດເຂົ້າທີ່ເປັນເອກະລັກ. ເຂົ້່າໄກ່ນ້ອຍເປັນທີ່ນິຍົມໃນຕະຫຼາດພາຍໃນ ແລະ ຍັງມີທ່າແຮງຄວາມຕ້ອງການຈາກຕະຫຼາດສາກົນດ້ວຍ.

ສໍາລັບຄວາມຕ້ອງການພາຍໃນ, ອີງຕາມແຜນທຸລະກິດຂອງຜູ້ປະກອບການ ບໍລິສັດ ອາກຣີລາວ ສໍາລັບການສົ່ງເສີມຜະລິດຕະພັນ ເຂົ້າໄກ່ນ້ອຍ ປະຈຸບັນແມ່ນຈະເນັ້້ນໃສ່ ຄວາມເອກະລັກ ແລະ ຄຸນນະພາບຂອງເຂົ້້າ, ນໍາສະເໜີ ເລື່ອງລາວປະຫວັດຄວາມເປັນມາຂອງເຂົ້າໄກ່ນ້ອຍ ເພື່ອເປັນຈຸດເດັ່ນໃນການເຮັດການຕະຫຼາດ ແນ່ໃສ່ຕະຫຼາດພາຍໃນ ເຊັ່ນ: ບັນດາໂຮງແຮມ, ຮ້ານອາຫານ, ແລະ ຮ້ານສະດວກຊື້ ໃນນະຄອນຫຼວງວຽງຈັນ. ນອກຈາກນີ້, ທາງບໍລິສັດ ກໍ່ມີແຜນຈະສຸມໃສ່ການສົ່ງເສີມ ການສ້າງມູນຄ່າ ຜ່ານການເຮັດ ຫຸ້ມຫໍ່ໃຫ້ມີຄວາມງາມ ແລະ ຂໍ້ມູນທີ່ເປັນປະໂຫຍດໃຫ້ແກ່ຜູ້ບໍລິໂພກຕື່ມອີກ.

ສະມາຄົມຄຸ້ມຄອງຖິ່ນກໍາເນີດເຂົ້າໄກ່ນ້ອຍແຂວງຊຽງຂວາງໄດ້ແລກປ່ຽນວ່າ: ຖ້າຫາກມີເງື່ອນໄຂ, ສະມາຄົມຕົນ ຢາກຈັດຝຶກອົບຮົມ ແລະ ສ້າງຄວາມເຂັ້ມແຂງໃຫ້ສະມາຊິກ, ເຄືອຂ່າຍຂອງຕົນ, ກຸ່ມການຜະລິດ ແລະ ສະຫະກອນ ສາມາດສ້າງເຮັດແຜນທຸລະກິດກະສິກໍາດ້ວຍຕົນເອງ ແລະ ເຂັ້ມແຂງເພື່ອພວກເຂົາຈະສາມາດເຂົ້າເຖິງແຫຼ່ງທຶນຕ່າງໆທີ່ລັດຖະບັນໄດ້ມີນະໂຍບາຍອອກມາແລ້ວເຊັ່ນ: ​ກອງທຶນສົ່ງເສີມ MSME.

ຜູ້ຕາງໜ້າຈາກສະມາຄົມຊາວກະສິກອນລາວ ປະຈໍາຊຽງຂວາງ ໄດ້ລາຍງານວ່າ: ປະຈຸບັນ ກຸ່ມການຜະລິດເຂົ້າໄກ່ນ້ອຍຂອງຕົນແມ່ນມີຄວາມພ້ອມດ້ານການຜະລິດ; ແຕ່ມີຂໍ້ຈໍາກັດອັນທີ່ຍັງແກ້ໄຂບໍ່ໄດ້ ກໍ່ຄື: ບໍ່ມີສາງເເກັບມ້ຽນທ້ອນໂຮມເຂົ້້າຈາກສະມາຊິກ ແລະ ຍັງມີເງິນທຶນໝືນວຽນໜ້ອຍບໍ່ພຽງພໍ, ກຸ່ມຈຶ່ງບໍ່ສາມາດຈ່າຍເງິນກ່ອນໃຫ້ສະມາຊິກຂອງຕົນກ່ອນໃນຊ່ວງເວລາ ລໍຖ້າຂາຍເຂົ້າ. ດັ່ງນັ້ນ, ກຸ່ມຈຶ່ງສະເໜີຂໍເຊີນພາກທຸລະກິດທີ່ສົນໃຈ ລົງຢ້ຽມຢາມ ແລະ ແລກປ່ຽນຂໍ້ມູນເພີ່ມຕື່ມໃນການຮ່ວມມືຕໍ່ໜ້າ.

ທ່ານຜູ້ຕາງໜ້າ ຈາກຫ້ອງການອຸດສະຫະກໍາການຄ້າ ເມືອງສີສັດຕະນາກ ໄດ້ມີຄໍາເຫັນວ່າ: ປະຈຸບັນຜູ້ບໍລິໂພກໃນຕົວເມືອງໃຫຍ່ ແມ່ນມີຫຼາກຫຼາຍ. ສະນັ້ນ, ການຜະລິດເຂົ້າໄກ່ນ້ອຍຂອງພວກເຮົາທີ່ມີທ່າແຮງນີ້ເປັນສິນຄ້າ ກໍ່ຕ້ອງມີຄວາມຫຼາກຫຼາຍເຊັ່ນ: ຫຼາກຫຼາຍດ້ານຂໍ້ມູນດ້ານຄວາມປອດໄພຂອງອາຫານ ແລະ ໂພຊະນາການຂອງຜະລິດຕະພັນໃນສະຫຼາກການຫຸ່ມຫໍ່, ແຫຼກຫຼາຍດ້ານກະໂຕຂອງຜະລິດຕະພັນ ບໍ່ວ່າຈະເປັນນົມເຂົ້້າໄກ່ນ້ອຍ, ຂະໜົມເຂົ້າກຽບເຂົ້າໄກ່ນ້ອຍ, ແລະ ຫຼາກຫຼາຍທາງດ້ານການເຂົ້້າເທິງສິນຄ້າໃຫ້ຜູ້ບໍລິໂພກທາງອອນລາຍ ແລະ ອອຟລາຍ. ກຸ່ມຊາວກະສິກອນ ແລະ ຜູ້ປະກອບການ ແມ່ນມີຄວາມຈໍາເປັນໃຊ້ທຶນໃນການພັດທະນາດັ່ງກ່າວມານັ້ນ, ປັດຈຸບັນທາງ ກະຊວງ ອຸດສະຫະກໍາ ແລະ ການຄ້າກໍ່ມີ ກອງທຶນສົ່ງເສີມທຸລະກິດກະສິກໍາຂະໜາດນ້ອຍແບບບໍ່ມີຂໍ້ຜູກມັດ (MSME) ຖ້າບັນດາທ່ານສົນໃຈ, ສາມາດປະສານຫາໜ່ວຍງານທີ່ຮັບຜິດຊອບໄດ້.

ສໍາລັບຜູ້ຊະນະເລີດໃນການປະກວດບ່າວທົ່ງໄຫ-ສາວໄກ່ນ້ອຍ ປະຈໍາປີ 2025 ໄດ້ແກ່ ໝາຍເລກ XK 04 ທ້າວ ໂຊກໄຊ ພິລາວົງ ແລະ ໝາຍເລກ XK 08 ນາງ ເມລິສາ ພຸດທະວົງສາ.