ແຂວງຊຽງຂວາງ ຈັດພິທີສະເຫຼີມສະຫຼອງບຸນເຂົ້າໄກ່ນ້ອຍປະຈໍາປີ 2025

ວັນທີ 27-28 ພະຈິກ 2025, ທີ່ແຂວງຊຽງຂວາງ , ເພື່ອສະເຫຼີມສະຫຼອງບຸນເຂົ້າໄກ່ນ້ອຍປະຈໍາປີ 2025, ພະແນກກະສິກໍາ ແລະ ສິ່ງແວດລ້ອມ, ພະແນກວັດຖະນະທໍາ ແລະ ທ່ອງທ່ຽວ, ແລະ ໂຄງການປັບປຸງລະບົບນິເວດກະສິກໍາ ແລະ ຄວາມປອດໄພຂອງອາຫານ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ຫຼື ASSET (ອົງປະກອບທີ່ຈັດຕັ້ງປະຕິບັດໂດຍ NAFRI) ແລະ ພາກເອກະຊົນ (ທິເຄຈັນທິດາ ການຄ້າ ແລະ ຫຸ້ມຫໍ່ສິນຄ້າ ພູມປັນຍາຊາວບ້ານ )ໄດ້ຮ່ວມມືກັນ ຈັດງານປະກວດບ່າວທົ່ງໄຫ ແລະ ສາວໄກ່ນ້ອຍ ຄັ້ງທໍາອິດຂຶ້ນ ເພື່ອກະຕຸ້ນສັງຄົມໃຫ້ເກີດການຮ່ວມມືຂອງຫຼາຍຂະແໜງການ, ຫຼາຍກຸ່ມຄົນ ລວມທັງໄວໜຸ່ມຍິງ-ຊາຍ ໃນການພັດທະນາແຂວງຊຽງຂວາງແບບຍືນຍົງທີ່ຂະແໜງກະສິກໍາ, ທ່ອງທ່ຽວ ແລະ ວັດທະນະທໍາສັງຄົມ ສາມາດປະກອບສ່ວນໄດ້. ໃນງານດັ່ງກ່າວ, ໄດ້ມີເວທີ ສົນທະນາພາກວິຊາການ ຫົວຂໍ້: “ການຮ່ວມມືເພື່ອພັດທະນາການຜະລິດເຂົ້າໄກ່ນ້ອຍເປັນສິນຄ້າແບບຍືນຍົງ” ໃຫ້ກຽດເປັນປະທານ ເວທີ ສົນທະນາ ໂດຍທ່ານ ວຽງຄໍາ ຈັນທະລາ, ຫົວໜ້າພະແນກ […]





Users Today : 391
Users Yesterday : 671
This Month : 17208
This Year : 107320
Total Users : 815310