
ວັນທີ 27-28 ພະຈິກ 2025, ທີ່ແຂວງຊຽງຂວາງ , ເພື່ອສະເຫຼີມສະຫຼອງບຸນເຂົ້າໄກ່ນ້ອຍປະຈໍາປີ 2025, ພະແນກກະສິກໍາ ແລະ ສິ່ງແວດລ້ອມ, ພະແນກວັດຖະນະທໍາ ແລະ ທ່ອງທ່ຽວ, ແລະ ໂຄງການປັບປຸງລະບົບນິເວດກະສິກໍາ ແລະ ຄວາມປອດໄພຂອງອາຫານ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ຫຼື ASSET (ອົງປະກອບທີ່ຈັດຕັ້ງປະຕິບັດໂດຍ NAFRI) ແລະ ພາກເອກະຊົນ (ທິເຄຈັນທິດາ ການຄ້າ ແລະ ຫຸ້ມຫໍ່ສິນຄ້າ ພູມປັນຍາຊາວບ້ານ )ໄດ້ຮ່ວມມືກັນ ຈັດງານປະກວດບ່າວທົ່ງໄຫ ແລະ ສາວໄກ່ນ້ອຍ ຄັ້ງທໍາອິດຂຶ້ນ ເພື່ອກະຕຸ້ນສັງຄົມໃຫ້ເກີດການຮ່ວມມືຂອງຫຼາຍຂະແໜງການ, ຫຼາຍກຸ່ມຄົນ ລວມທັງໄວໜຸ່ມຍິງ-ຊາຍ ໃນການພັດທະນາແຂວງຊຽງຂວາງແບບຍືນຍົງທີ່ຂະແໜງກະສິກໍາ, ທ່ອງທ່ຽວ ແລະ ວັດທະນະທໍາສັງຄົມ ສາມາດປະກອບສ່ວນໄດ້.
ໃນງານດັ່ງກ່າວ, ໄດ້ມີເວທີ ສົນທະນາພາກວິຊາການ ຫົວຂໍ້: “ການຮ່ວມມືເພື່ອພັດທະນາການຜະລິດເຂົ້າໄກ່ນ້ອຍເປັນສິນຄ້າແບບຍືນຍົງ” ໃຫ້ກຽດເປັນປະທານ ເວທີ ສົນທະນາ ໂດຍທ່ານ ວຽງຄໍາ ຈັນທະລາ, ຫົວໜ້າພະແນກ ກະສິກໍາ ແລະ ສິ່ງແວດລ້ອມແຂວງຊຽງຂວາງ; ພ້ອມດ້ວຍ ແຂກຈາກຫ້າພາກສ່ວນຖືກເຊີນຮ່ວມສົນທະນາຢ່າງມີເນື້ອໃນສາລະສໍາຄັນດັ່ງນີ້:
ແຂວງຊຽງຂວາງມີທ່າແຮງໃນການຜະລິດເຂົ້່າໄກ່ນ້ອຍເປັນສິນຄ້າພາຍໃນ ແລະ ຕ່າງປະເທດ. ມີພູມສັນຖານທີ່ເໝາະສົມປູກເຂົ້າໄກ່ນ້ອຍ ແລະ ຖືກຈັດເປັນຖິ່ນກໍາເນີດຢ່າງເປັນທາງການ; ພ້ອມທັງປະຊາຊົນຊາວຊຽງຂວາງມີຄວາມດຸໝັ່ນ ແລະ ມີປະສົບການໃນການຜະລິດເຂົ້າດັ່ງກ່າວທີ່ມີຄຸນນະພາບເພື່ອບໍລິໂພກ. ເຂົ້້າໄກ່ນ້ອຍມີຄວາມນຸ້ມ, ຫອມ ແລະ ຮູບລັກຊະນະຂອງເມັດເຂົ້າທີ່ເປັນເອກະລັກ. ເຂົ້່າໄກ່ນ້ອຍເປັນທີ່ນິຍົມໃນຕະຫຼາດພາຍໃນ ແລະ ຍັງມີທ່າແຮງຄວາມຕ້ອງການຈາກຕະຫຼາດສາກົນດ້ວຍ.
ສໍາລັບຄວາມຕ້ອງການພາຍໃນ, ອີງຕາມແຜນທຸລະກິດຂອງຜູ້ປະກອບການ ບໍລິສັດ ອາກຣີລາວ ສໍາລັບການສົ່ງເສີມຜະລິດຕະພັນ ເຂົ້າໄກ່ນ້ອຍ ປະຈຸບັນແມ່ນຈະເນັ້້ນໃສ່ ຄວາມເອກະລັກ ແລະ ຄຸນນະພາບຂອງເຂົ້້າ, ນໍາສະເໜີ ເລື່ອງລາວປະຫວັດຄວາມເປັນມາຂອງເຂົ້າໄກ່ນ້ອຍ ເພື່ອເປັນຈຸດເດັ່ນໃນການເຮັດການຕະຫຼາດ ແນ່ໃສ່ຕະຫຼາດພາຍໃນ ເຊັ່ນ: ບັນດາໂຮງແຮມ, ຮ້ານອາຫານ, ແລະ ຮ້ານສະດວກຊື້ ໃນນະຄອນຫຼວງວຽງຈັນ. ນອກຈາກນີ້, ທາງບໍລິສັດ ກໍ່ມີແຜນຈະສຸມໃສ່ການສົ່ງເສີມ ການສ້າງມູນຄ່າ ຜ່ານການເຮັດ ຫຸ້ມຫໍ່ໃຫ້ມີຄວາມງາມ ແລະ ຂໍ້ມູນທີ່ເປັນປະໂຫຍດໃຫ້ແກ່ຜູ້ບໍລິໂພກຕື່ມອີກ.
ສະມາຄົມຄຸ້ມຄອງຖິ່ນກໍາເນີດເຂົ້າໄກ່ນ້ອຍແຂວງຊຽງຂວາງໄດ້ແລກປ່ຽນວ່າ: ຖ້າຫາກມີເງື່ອນໄຂ, ສະມາຄົມຕົນ ຢາກຈັດຝຶກອົບຮົມ ແລະ ສ້າງຄວາມເຂັ້ມແຂງໃຫ້ສະມາຊິກ, ເຄືອຂ່າຍຂອງຕົນ, ກຸ່ມການຜະລິດ ແລະ ສະຫະກອນ ສາມາດສ້າງເຮັດແຜນທຸລະກິດກະສິກໍາດ້ວຍຕົນເອງ ແລະ ເຂັ້ມແຂງເພື່ອພວກເຂົາຈະສາມາດເຂົ້າເຖິງແຫຼ່ງທຶນຕ່າງໆທີ່ລັດຖະບັນໄດ້ມີນະໂຍບາຍອອກມາແລ້ວເຊັ່ນ: ກອງທຶນສົ່ງເສີມ MSME.
ຜູ້ຕາງໜ້າຈາກສະມາຄົມຊາວກະສິກອນລາວ ປະຈໍາຊຽງຂວາງ ໄດ້ລາຍງານວ່າ: ປະຈຸບັນ ກຸ່ມການຜະລິດເຂົ້າໄກ່ນ້ອຍຂອງຕົນແມ່ນມີຄວາມພ້ອມດ້ານການຜະລິດ; ແຕ່ມີຂໍ້ຈໍາກັດອັນທີ່ຍັງແກ້ໄຂບໍ່ໄດ້ ກໍ່ຄື: ບໍ່ມີສາງເເກັບມ້ຽນທ້ອນໂຮມເຂົ້້າຈາກສະມາຊິກ ແລະ ຍັງມີເງິນທຶນໝືນວຽນໜ້ອຍບໍ່ພຽງພໍ, ກຸ່ມຈຶ່ງບໍ່ສາມາດຈ່າຍເງິນກ່ອນໃຫ້ສະມາຊິກຂອງຕົນກ່ອນໃນຊ່ວງເວລາ ລໍຖ້າຂາຍເຂົ້າ. ດັ່ງນັ້ນ, ກຸ່ມຈຶ່ງສະເໜີຂໍເຊີນພາກທຸລະກິດທີ່ສົນໃຈ ລົງຢ້ຽມຢາມ ແລະ ແລກປ່ຽນຂໍ້ມູນເພີ່ມຕື່ມໃນການຮ່ວມມືຕໍ່ໜ້າ.
ທ່ານຜູ້ຕາງໜ້າ ຈາກຫ້ອງການອຸດສະຫະກໍາການຄ້າ ເມືອງສີສັດຕະນາກ ໄດ້ມີຄໍາເຫັນວ່າ: ປະຈຸບັນຜູ້ບໍລິໂພກໃນຕົວເມືອງໃຫຍ່ ແມ່ນມີຫຼາກຫຼາຍ. ສະນັ້ນ, ການຜະລິດເຂົ້າໄກ່ນ້ອຍຂອງພວກເຮົາທີ່ມີທ່າແຮງນີ້ເປັນສິນຄ້າ ກໍ່ຕ້ອງມີຄວາມຫຼາກຫຼາຍເຊັ່ນ: ຫຼາກຫຼາຍດ້ານຂໍ້ມູນດ້ານຄວາມປອດໄພຂອງອາຫານ ແລະ ໂພຊະນາການຂອງຜະລິດຕະພັນໃນສະຫຼາກການຫຸ່ມຫໍ່, ແຫຼກຫຼາຍດ້ານກະໂຕຂອງຜະລິດຕະພັນ ບໍ່ວ່າຈະເປັນນົມເຂົ້້າໄກ່ນ້ອຍ, ຂະໜົມເຂົ້າກຽບເຂົ້າໄກ່ນ້ອຍ, ແລະ ຫຼາກຫຼາຍທາງດ້ານການເຂົ້້າເທິງສິນຄ້າໃຫ້ຜູ້ບໍລິໂພກທາງອອນລາຍ ແລະ ອອຟລາຍ. ກຸ່ມຊາວກະສິກອນ ແລະ ຜູ້ປະກອບການ ແມ່ນມີຄວາມຈໍາເປັນໃຊ້ທຶນໃນການພັດທະນາດັ່ງກ່າວມານັ້ນ, ປັດຈຸບັນທາງ ກະຊວງ ອຸດສະຫະກໍາ ແລະ ການຄ້າກໍ່ມີ ກອງທຶນສົ່ງເສີມທຸລະກິດກະສິກໍາຂະໜາດນ້ອຍແບບບໍ່ມີຂໍ້ຜູກມັດ (MSME) ຖ້າບັນດາທ່ານສົນໃຈ, ສາມາດປະສານຫາໜ່ວຍງານທີ່ຮັບຜິດຊອບໄດ້.
ສໍາລັບຜູ້ຊະນະເລີດໃນການປະກວດບ່າວທົ່ງໄຫ-ສາວໄກ່ນ້ອຍ ປະຈໍາປີ 2025 ໄດ້ແກ່ ໝາຍເລກ XK 04 ທ້າວ ໂຊກໄຊ ພິລາວົງ ແລະ ໝາຍເລກ XK 08 ນາງ ເມລິສາ ພຸດທະວົງສາ.










Users Today : 137
Users Yesterday : 54
This Month : 191
This Year : 79617
Total Users : 787607