National Agriculture and Forestry Research Institute

ພິທີລົງນາມບົດບັນທຶກຂໍ້ຕົກລົງ (MoA) ລະຫວ່າງ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ບໍລິສັດ ເກີນກິນ ເກີນໃຊ້ ຈໍາກັດ

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຖ່າຍທອດຜົນການຄົ້ນຄວ້າກະສິກຳ ແລະ ປ່າໄມ້ ໃນປັດຈຸບັນຊາວກະສິກອນ ໃນ ສປປ ລາວ ສ່ວນໃຫຍ່ປະກອບອາຊີບປູກເຂົ້າ. ຖ້າປີໃດຝົນຕົກຕາມລະດູການເປັນປົກກະຕິ, ຊາວກະສິກອນກໍຈະໄດ້ຮັບຜົນຜະລິດພຽງພໍສຳລັບການບໍລິໂພກ ແລະ ຖ້າເຫຼືອກໍສາມາດນຳໄປຂາຍເພື່ອເປັນລາຍໄດ້ເສີມສຳລັບຄອບຄົວເພື່ອໃຊ້ຈ່າຍໃນການດຳລົງຊີວິດຕໍ່ໄປ. ແຕ່ຖ້າປີໃດທີ່ເກີດໄພແຫ້ງແລ້ງຫຼືວິກິດການ, ຊາວກະສິກອນກໍ່ຈະຂາດແຄນຜົນຜະລິດສຳລັບການບໍລິໂພກຢ່າງໜັກ, ລວມເຖິງການຂາດແຫຼ່ງເງິນທຶນສຳລັບປັດໄຈການຜະລິດ ແລະ ຄວາມຮູ້ໃນເລື່ອງການປູກຝັງໃຫ້ໄດ້ມາດຕະຖານ, ພື້ນທີ່ສ່ວນໃຫຍ່ຂອງ ສປປ ລາວ ເປັນພື້ນທີ່ທາງການກະສິກຳ, ອາຊີບຫຼັກຄືການເຮັດນາ, ເຮັດໄຮ່, ເຮັດສວນ ແລະ ຊາວກະສິກຳຍັງທຸກຍາກ. ບາງຄອບຄົວບໍ່ມີລາຍໄດ້, ບໍ່ມີພື້ນທີ່ໃນການເຮັດກະສິກຳ ແລະ ຖືກພໍ່ຄ້າຄົນກາງກົດລາຄາ. ນອກນັ້ນ ກຸ່ມຊາວກະສິກຳມັກຂາດໂອກາດການເຂົ້າເຖິງແຫຼ່ງເງິນທຶນດ້ານປັດໄຈການຜະລິດ, ຕົ້ນທຶນການຜະລິດສູງ ຫຼື ຂາດການໃຊ້ປຸ໋ຍທີ່ມີຄຸນນະພາບບໍ່ຄົບຕາມທີ່ພືດຕ້ອງການ. ພາວະດິນຊຸດໂຊມເຫຼົ່ານັ້ນເຮັດໃຫ້ຜົນຜະລິດຕົກຕ່ຳ, ເປັນປັດໄຈສຳຄັນທີ່ສົ່ງຜົນກະທົບຕໍ່ຄວາມເດືອດຮ້ອນ ແລະ ຄຸນນະພາບຊີວິດຂອງຊາວກະສິກອນ ແລະ ບັນຫາທາງເສດຖະກິດໂດຍລວມ. ອີງໃສ່ ດຳ​ລັດວ່າ​ດ້ວຍນະໂຍບາຍແຫ່ງຊາດວ່າດ້ວຍການສົ່ງເສີມການປູກພືດຂອງ ສປປ ລາວສະບັບເລກທີ 226/ນຍ, ລົງວັນທີ10 ກໍລະກົດ 2023; ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ […]