National Agriculture and Forestry Research Institute

ກອງປະຊຸມປະເມີນຜົນໂຄງການ AFACI ກ່ຽວກັບ ການສ້າງເຄືໍ່ອຂ່າຍໃນການປ້ອງກັນພືດແບບປະສົມປະສານ ໃນພາກພືື້ນອາຊີ ແລະ ໂຄງການພັດທະນາເຕັກນິກ ການປັບປຸງພືດຜັກ ຢູ່ໃນອາຊີ

ໃນລະຫວ່າງວັນທີ 6-8 ສິງຫາ 2024 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມ “ປະເມີນຜົນໂຄງການພັດທະນາເຕັກໂນໂລຊີການປັບປຸງພັນພືດ ໃນພາກພື້ນອາຊີ ” ຂຶ້ນທີ່ໂຮງແຮມ ລາວ ພຣາຊາ ນະຄອນຫຼວງວຽງຈັນ ໃຫ້ກຽດເປັນປະທານໂດຍທ່ານ ຮສ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ມີບັນດາຜູ້ແທນຈາກປະເທດສະມາຊິກ AFACI ແລະ ບັນດາອົງການຈັດຕັ້ງສາກົນ ຈາກ 14 ປະເທດ ແລະ ກະຊວງການຕ່າງປະເທດເຂົ້າຮ່ວມ. ໂຄງການລີເລີີ່ມການຮ່ວມມືດ້ານອາຫານ ແລະ ການກະເສດ ຂອງອາຊີຫຼືເອີີ່ນວ່າ AFACI ແມ່ນ ເປັນໂຄງການໜຶ່ງທີ່ມີຄວາມສຳຄັນ ເພືີ່ອຮຽນຮູ້ແລະ ແລກປ່ຽນປະສົບການ ຕໍ່ວຽກງານການຄົົ້ນຄວ້າ ແລະ ພັດທະນາກະສິກຳ ຢູ່ ສປປ ລາວ ໂດຍສະເພາະແມ່ນ ເພືີ່ອຊຸກຍູ້ສົົ່ງເສີມການເຕີບໂຕສີຂຽວ ດ້ານ […]

ຂະບວນການປູກຕົ້ນໄມ້ຕ້ອນຮັບວັນເດັກນ້ອຍສາກົນ ແລະ ການຢ້ຽມຊົມກິດຈະກຳຂອງໂຄງການ AFACI

ເພື່ອຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນວັນທີ 1 ມິຖຸນາ 2020 ທີ່ຈະມາເຖິງນີ້ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ຈັັດຂະບວນການປູກຕົ້ນໄມ້ຂຶ້ນທີ່  ສູນຄົ້ນຄວ້າພືດຜັກແລະ ໄມ້ໃຫ້ໝາກໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2020 ໂດຍການເປັນປະທານຂອງທ່ານ ປອ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ໄປ່ໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ປອ ບຸນຖອງ ບົວຫອມ ທີ່ປຶກສາ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍ ຫົວໜ້າສູນ, ພະນັກງານ, ຊາວໜຸ່ມ,ເຍົາວະຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ເຊິງໃນການປູກຕົ້ນໄມ້ກໍມີນ້ອງນ້ອຍເຍົາວະຊົນມາຮ່ວມປູກນຳ ແລະ ທ່ານ ປອ ໃຈ ບຸນພະນຸໄຊ ໄດ້ມອບຂອງຂວັນໃຫ້ເດັກນ້ອຍເພື່ອຕ້ອນຮັບວັນເດັກນ້ອຍສາກົນທີ່ຈະມາເຖິງນີ້ພ້ອມ. ຫຼັງຈາກປູກຕົ້ນໄມ້ສຳເລັດແລ້ວ ກໍ່ໄດ້ມີການຢ້ຽມຢາມກິດຈະກຳຂອງໂຄງການ AFACI ເປັນຕົ້ນແມ່ນ ການຢ້ຽມຊົມເຮືອນອົບກ້ວຍ ແລະ ສວນໝາກເລັ່ນເປັນຕົ້ນ.