National Agriculture and Forestry Research Institute

ພິທີມອບຮັບອຸປະກອນປຸກເຮືອນຮົ່ມ, ແນວພັນຜັກ ແລະ ປັດໃຈການຜະລິດອື່ນໆ ໃຫ້ກຸ່ມຜະລິດພືດຜັກຕົວແບບທີ່ນໍາໃຊ້ແນວພັນໃໝ່ ແລະ ເຕັກນິກການຜະລິດແບບໃໝ່ ກຸ່ມບ້ານຊຽງມວກ ແລະ ບ້ານນາໄຊ ນະຄອນຫຼວງພະບາງ ແຂວງຫຼວງພະບາງ

ໃນວັນທີ 2 ກໍລະກົດ 2024 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ທີ່ຂຶ້ນກັບ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດພິທີ ມອບ-ຮັບ ອຸປະກອນປຸກເຮືອນຮົ່ມ, ແນວພັນຜັກ ແລະ ອຸປະກອນອື່ນໆ ໃຫ້ ກຸ່ມບ້ານຊຽງມວກ ແລະ ບ້ານນາໄຊ ນະຄອນຫຼວງພະບາງ ແຊວງຫຼວງພະບາງ ໂດຍການເຂົ້າຮ່ວມຂອງທ່ານ ມອບໂດຍ ທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຄະນະພັກກະຊວງກະສິກຳ ແລະ ປ່າໄມ້ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ, ມີທ່ານ ວົງວິໄລ ວົງຄຳຊາວ ຫົວໜ້າພະແນກ ບໍລິຫານ ແລະ ແຜນການ ສກປພ, ທ່ານ ປອ ທອງຄູນ ສີສະໄພທອງ […]