National Agriculture and Forestry Research Institute

ເຝິກອົບຮົມໃນຫົວຂໍ້ “ການປູກມັນຕົ້ນ: ເຕັກນິກການປູກມັນຕົ້ນໃຫ້ມີຄວາມຢືນຍົງ”

          ໃນລະຫວ່າງວັນທີ 6-9 ມິຖຸນາ 2023 ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ “ພາຍໃຕ້ການຮ່ວມມື ໂຄງການລ້ານຊ້າງ-ແມ່ນ້ຳຂອງ ເພື່ອຍົກສູງກຳລັງການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ດ້ວຍການປັບປຸງລະບົບຕ່ອງໂສ້ມູນຄ່າ ການປູກມັນຕົ້ນ ແລະ ການນຳໃຊ້ຄື: ມັນຕົ້ນທີ່ສະອາດ, ແປ້ງມັນຕົ້ນ, ປັບປຸງແກ້ໄຂ. ໂຄງການຜະລິດແປ້ງ, ເອທານອນ ແລະ ອາຍແກັສຊີວະພາບ (TTC)”  , ໄດ້ຈັດເຝິກອົບຮົມໃນຫົວຂໍ້ “ການປູກມັນຕົ້ນ: ເຕັກນິກການປູກມັນຕົ້ນໃຫ້ມີຄວາມຢືນຍົງ”. ຂຶ້ນຢູ່ທີ່ສະໂມສອນສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ(NAFRI) ໂດຍໄດ້ຮັບກຽດເປັນປະທານຮ່ວມຂອງທ່ານ ປອ ນາງ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ສຈ.ດຣ. […]