National Agriculture and Forestry Research Institute

ກອງປະຊຸມເຜີຍແຜ່ຜົນສຳລັດຜົນການທົດລອງການປູກພືດໝູນວຽນຫຼຸດຜ່ອນຄວາມຮຸນແຮງຂອງພະຍາດຕາຍພາຍກ້ວຍທີ່ເກີດຈາກເຊື້ອຣາ FOC TR4, ເຕັກນິກການປ້ອງກັນພະຍາດແມງໄມ້ ແລະ ຕັກນິກການປູກຂະຫຍາຍແນວພັນພືດຜັກ ແລະ ໄມ້ໄຫ້ໝາກ

ໃນລະຫວ່າງວັນທີ 12-13 ກັນຍາ 2024 ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ຈັດກອງປະຊຸມເຜີຍແຜ່ຜົນສຳລັດຜົນການທົດລອງການປູກພືດໝູນວຽນຫຼຸດຜ່ອນຄວາມຮຸນແຮງຂອງພະຍາດຕາຍພາຍກ້ວຍທີ່ເກີດຈາກເຊື້ອຣາ FOC TR4, ເຕັກນິກການປ້ອງກັນພະຍາດແມງໄມ້ ແລະ ຕັກນິກການປູກຂະຫຍາຍແນວພັນພືດຜັກ ແລະ ໄມ້ໄຫ້ໝາກ, (ໂຄງການຄວບຄູມການລະບາດພະຍາດຕາຍພາຍຂອງໝາກກ້ວຍແບບປະສົມປະສານໃນອາຊີຕາເວັນ ອອກສ່ຽງໄຕ້ . An integrated management response to the spread of Fusarium wilt of Banana in South-East Asia. HORT/2018/192). ໂດຍການເປັນປະທານຂອງທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີຫົວໜ້າສູນ, ຮອງສູນ ແລະ ວິຊາການສູນ ຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ມີຜູ້ຕາງໜ້າຈາກ ສູນປ້ອງກັນພືດ, ສູນເສດຖະກິດພັດທະນາຊົນນະບົດຕໍ່ການປ່ຽນແປງດິນຟ້າອາກາດ, ສູນກະສິກຳສະອາດ, […]