“ ສ້າງຄວາມເຂົ້າໃຈທີ່ເປັນເອກະພາບໃຫ້ພາກສ່ວນທີ່ກ່ຽວຂ້ອງໃນໂຕ່ງໂສ້ມູນຄ່າອາຫານກະສິກຳຖືເປັນໝາກຫົວໃຈສໍາຄັນເພື່ອເພີ່ມປະສິດທິພາບຂອງການເຮັດວຽກຮ່ວມກັນ ”
ໃນວັນທີ 21-22 ມີນາ 2023, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຮ່ວມກັບໂຄງການ AFACI ໄດ້ເປີດການເຝິກອົບຮົມໃນຫົວຂໍ້ ການພັດທະນາລະບົບຕໍ່ອງໂສ້ມູນຄ່າອາຫານກະສິກໍາ ຂຶ້ນຢູ່ທີຫ້ອງປະຊຸມ ໂຮງແຮມ ທະວີສຸກ ເມືອງວັງວຽງ, ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ຈັນພະສຸກ ຕາມທະພອນ ຫົວໜ້າສູນຄົ້ນຄວ້າເສດຖະກິດພັດທະນາຊົນນະບົດ ແລະ ກະສິກຳຕໍ່ການປ່ຽນແປງດິນຟ້າອາກາດ, ເຊິ່ງມີຜູ້ເຂົ້າຮ່ວມການເຝິກອົບຮົມທັງໝົດ 45 ທ່ານ ຍິງ 20 ທ່ານ, ມາຈາກຫຼາຍພາກສ່ວນເຊັ່ນ: ຫ້ອງການກະສິກຳ ແລະ ປ່າໄມ້ເມືອງພ້ອມດ້ວຍພະແນກຈາກແຂວງ ຫຼວງພະບາງ, ແຂວງ ຊຽງຂວາງ, ແຂວງ ຄຳມ່ວນ ແລະ ແຂວງ ຈຳປາສັກ; ນັກຄົ້ນຄວ້າພ້ອມດ້ວຍ ພະນັກງານວິຊາການ ຂອງ ສກປພ; ບັນດາທ່ານຄູ່ຮ່ວມງານໂຄງການ ASSET ເຊັ່ນ: ກົມແຜນການ ແລະ ຮ່ວມມື, ກົມສົ່ງເສີມ, ກົມຄຸ້ມຄອງແລະ ພັດທະນາທີ່ດິນ, ຄະນະກະເສດສາດ […]




Users Today : 430
Users Yesterday : 54
This Month : 484
This Year : 79910
Total Users : 787900