National Agriculture and Forestry Research Institute

ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ສະ​ເຫຼີມ​ສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

ໃນວັນທີ  31 ພຶດ​ສະ​ພາ 2024 ທີ່ຜ່ານມາສູນຄົ້ນຄວ້າເຂົ້າ ແລະ ພືດ​ເສດ​ຖະ​ກິດ ໂດຍ​​ການ​ປະ​ກອບ​ສ່ວນ​ຈາກ​ອຳ​ນາດ​ການ​ປົກ​ຄອງ​ສູນ ແລະ 3 ອົງ​ການ​ຈັດ​ຕັ້ງ ໄດ້ຈັດກິດຈະກໍາສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດຂຶ້ນ ເຊິ່ງເລີ່ມແຕ່ເວລາ 8:30 ໂມງ ເປັນຕົ້ນໄປ ໂດຍມີ ທ່ານ ປອ. ສີ​ວຽງ​ແຂກ ພົມ​ມະ​ລາດ ຫົວ​ໜ້າ​ສູນ ​ເປັນ​ປະ​ທານ ແລະ ທ່ານ ນ. ຄຳ​ໄຕ ວົງ​ໄຊ​ຍາ ຄະນະເປັນ​ຜູ້​ຊີ້​ນຳ​ ນຳ​ພາ, ມີພະນັກງານວິຊາການ, ພໍ່ແມ່ຜູ້ປົກຄອງພ້ອມດ້ວຍລູກຫຼານເຂົ້າຮ່ວມຢ່າງຟົດຟື້ນ. ໃນງານດັ່ງກ່າວ ໄດ້ມີກິດຈະກຳປູກໄມ້ ແລະ ອະນາໄມໃສ່ຝຸ່ນຕົ້ນໄມ້ທີ່ປູກໃນປີຜ່ານໆມາ ຫຼັງຈາກສຳເລັດ ກໍມີກິດຈະກຳມອບຂອງຂວັນແກ່ເດັກນ້ອຍ ແລະ ລູກຫຼານພະນັກງານ ໂດຍແມ່ນ ທ່ານ ປອ. ສີ​ວຽງ​ແຂກ ພົມ​ມະ​ລາດ ໃຫ້ກຽດມອບຂອງຂວັນແກ່ເດັກລູກຫຼານເປັນ​ອັນ​ຈົບ​ພິ​ທີ. ຂຽນ​ໂດຍ: ນາງ ພູ​ວົງ ສຸ​ວັນ​ນະ​ວົງ​ສາ ສູນ​ຄົ້ນ​ຄວ້າ​ເຂົ້າ ແລະ ພືດ​ເສດ​ຖະ​ກິດ