National Agriculture and Forestry Research Institute

ກອງປະຊຸມຝຶກອົບຮົມການປະຕິບັດເຕັກນິກ ( CSA) ແລະ ການນຳໃຊ້ຊຸດເຄື່ອງມື ( Tool kits ) ສຳຫຼັບການປູກເຂົ້າ, ພືດກະສິກຳເປັນສິນຄ້າ ແລະ ການລ້ຽງສັດ ທີ່ມີທ່າແຮງຂອງເມືອງເປົ້າໝາຍຂອງໂຄງການສ້າງລະບົບທາງເລືອກດ້ານເຕັກນິກກະສິກຳທີ່ສາມາດປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນເຂດເນີນສູງ ຂອງ ສປປ ລາວ

ໃນລະຫວ່າງວັນທີ 13 – 15 ພະຈິກ 2024 ສູນຄົ້ນຄວ້າເສດຖະກິດຊົນນະບົດ ແລະ ກະສິກຳຕໍ່ການປ່ຽນແປງດິນຟ້າອາກາດ, ໂຄງການສ້າງລະບົບທາງເລືອກດ້ານເຕັກນິກກະສິກຳທີ່ສາມາດປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນເຂດເນີນສູງຂອງ ສປປ ລາວ ໄດ້ເປີດກອງປະຊຸມຝຶກອົບຮົມການປະຕິບັດເຕັກນິກ (CSA) ແລະ ການນຳໃຊ້ຊຸດເຄື່ອງມື ( Tool kits ) ສຳຫຼັບການປູກເຂົ້າ, ພືດກະສິກຳເປັນສິນຄ້າ ແລະ ການລ້ຽງສັດ ທີ່ມີທ່າແຮງຂອງເມືອງເປົ້າໝາຍຂອງໂຄງການສ້າງລະບົບທາງເລືອກດ້ານເຕັກນິກກະສິກຳທີ່ສາມາດປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນເຂດເນີນສູງ ຂອງ ສປປ ລາວ. ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງໃຫ້ກຽດເປັນປະທານໂດຍ ທ່ານ. ຈັນພະສຸກ ຕານພະພອນ ຕາງໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທັງເປັນຜູ້ປະສານງານໂຄງການ.ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີຜູ້ຕາງໜ້າຈາກອົງການສຸພານິມິດ, ສູນອ້ອມຂ້າງສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ບັນດາທ່ານຜູ້ຕາງໜ້າຈາກພະແນກກະສິກໍາ ແລະ ປ່າໄມ້ , ພະແນກຊັບພະຍາກອນທໍາມະຊາດ ແລະ ສິງແວດລ້ອມ ແຂວງ ຫຼວງພະບາງ, ຫ້ອງການກະສິກໍາ […]