ພີທີມອບປຸຍເຄມີໃຫ້ກຸ່ມຊາວນາບ້ານເປົ້າໝາຍໂຄງການ

ໃນຕອນບ່າຍວັນທີ 21 ກຸມພາ 2025 ທີ່ຜ່ານມາ ສູນຄົ້ນຄວ້າກະສິກຳສາກົນ ແຫ່ງ ສ. ເກົາຫຼີ ປະຈຳ ສປປ ລາວ (KOPIA) ໄດ້ມອບປຸຍເຄມີໃຫ້ກຸ່ມຊາວນາບ້ານໝາກຮຽວ, ເມືອງປາກງຶ່ມ, ນະຄອນຫຼວງວຽງຈັນ, ເຊິ່ງຈັດຂຶ້ນທີ່ ຫ້ອງການບ້ານໝາກຮຽວ ໂດຍການເຂົ້າຮ່ວມ ມອບໂດຍ ທ່ານ ຄວານ ໂດຮາ ຫົວໜ້າ ສູນຄົ້ນຄວ້າກະສິກຳສາກົນ ແຫ່ງ ສ. ເກົາຫຼີ ປະຈຳ ສປປ ລາວ (KOPIA), ມີທ່ານຄຳແສນ ສີສົມພອນ ຮອງຫົວໜ້າຫ້ອງການກະສິກຳເມືອງ ປາກງຶ່ມ, ປະສານງານຫ້ອງການກະສິກຳເມືອງປາກງື່ມ , ປະສານງານບ້ານ ພ້ອມດ້ວຍ ກຸ່ມຊາວນາເຂົ້າຮ່ວມຢ່າງພ້ອມພຽງ. ການມອບປຸ໋ຍເຄມີໃຫ້ແກ່ຊາວນາທີ່ນອນຢູ່ໃນໂຄງການເທື່ອນີ້ແມ່ນອີງຕາມພື້ນຖານເຕັກນິກການປູກເຂົ້າທີ່ໄດ້ຝຶກອົບຮົມໃຫ້ຊາວນາທີ່ຜ່ານມາ ບໍ່ວ່າຈະເປັນ ການປັບໄຮ່ນານ້ອຍເປັນໄຮ່ໃຫຍ່ຂື້ນ, ການໃສ່ປຸ໋ຍຕາມອາຍຸຂອງເຂົ້າ ແລະ ຄວາມເຂົ້າໃຈກ່ຽວກັບອາຫານຂອງເຂົ້າ, ເພື່ອສົ່ງເສີມໃຫ້ຊາວນາໄດ້ຮັບຜົນຜະລິດ ແລະ ລາຍຮັບເພີ່ມຂື້ນຕາມເຕັກນິກທີ່ຮຽນຮູ້ມາ ແລະ ຕາມເປົ້າໝາຍທີ່ວາງໄວ້. ການເຮັດນາໃນລະດູແລ້ງປີ 2025 ນີ້ທາງໂຄງການໄດ້ສະໜອງປຸ໋ຍເຄມີໃຫ້ທາງຊາວນາ […]



Users Today : 314
Users Yesterday : 54
This Month : 368
This Year : 79794
Total Users : 787784