ພິທີເຊັນສັນຍາ ການຮ່ວມທົດລອງຜະລິດເມັດພັນ ສາລີແຂງລູກປະສົມ NWS 25 ລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ກັບ ບໍລິສັດຈະເລີນຊັບການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ

ໃນປັດຈຸບັນເນື້ອທີ່ການຜະລິດສາລີແຂງທົ່ວປະເທດປະມານ 110.910 ຮຕ (ປີ2023) ມີຄວາມຕ້ອງການເມັດພັນປະມານ 2.200 ໂຕ່ນ, ແຕ່ສະຖາບັນມີຄວາມສາມາດໃນການຜະລິດເມັດພັນພຽງແຕ່ ປີລະ 5-10 ໂຕ່ນ ບໍ່ຮອດ 1% ຂອງຄວາມຕ້ອງການ ເນື່ອງຈາກມີຂໍ້ຈຳກັດດ້ານພື້ນທີ່ການຜະລິດເມັດພັນ ( ພື້ນທີ່ເຮັດການຄົ້ນຄວ້າ ແລະ ພື້ນທີ່ຜະລິດເມັດພັນແມ່ນອັນດຽວກັນ. ເມື່ອເຫັນໄດ້ເຖິງບັນຫານັ້ນ ທາງສະຖາບັນຈຶ່ງຫາຜູ້ປະກອບການທີ່ມີຄວາມສົນໃຈຮ່ວມມື ແລະ ໄດ້ ບໍລິສັດ ຈະເລີນຊັບການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວມີຈຸດປະສົງ ຕ້ອງການຮ່ວມມືໃນການຜະລິດເມັດພັນສາລີແຂງລູກປະສົມ ກັບສະຖາບັນ ເພື່ອຕອບສະໜອງເມັດພັນທີ່ມີຄຸນນະພາບໃຫ້ກັບສັງຄົມ ແລະ ຕອບສະໜອງວາລະແຫ່ງຊາດ ດ້ານການຄົ້ນຄວ້າ ແລະ ຜະລິດແນວພັນພືດ, ແນວພັນສັດ ແລະ ແນວພັນໄມ້. ໃນຕອນເຊົ້າຂອງວັນທີ 4 ມີນາ 2025 ທີ່ຫ້ອງປະຊຸມພະແນກບໍລິຫານ ແລະ ແຜນການ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ມີພິທີເຊັນສັນສາຮ່ວມມືລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ກັບ ບໍລິສັດຈະເລີນຊັບການຄ້າຂາອອກ-ຂາເຂົ້າ […]



Users Today : 314
Users Yesterday : 54
This Month : 368
This Year : 79794
Total Users : 787784