ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ໂຄງການ ລ້ຽງໄກ່ແບບປະສົມປະສານ ທີ່ເປັນມິດກັບສິ່ງແວດລ້ອມ ເພື່ອເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ອົງການ ກູດຟາມເມີ

ພາບ-ຂ່າວ: ຈັນທະສອນ ມະນີວົງ,ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້ ໃນປະຈຸບັນ ອັດຕາເງິນເຟີ້ຂອງ ສປປ ລາວ ມີເປີເຊັນທີ່ສູງຂື້ນ ອັນເປັນສາເຫດຫຼັກທີ່ເຮັດໃຫ້ລາຄາອາຫານເພີ່ມຂຶ້ນຢ່າງຫຼວງຫຼາຍ ຖ້າທຽບໃສ່ຄືນຫຼັງ. ນອກຈາກນີ້, ການຕິດເຊື້ອພະຍາດຂອງສັດປີກຕ່າງໆເຊັ່ນ: ພະຍາດ ນີວຄາເຊີນ, ໄຂ້ຫວັດສັດປີກ ແລະ ກາຝາກ ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ມັນເປັນສີ່ງທ້າທາຍສໍາລັບຊາວກະສິກອນຂະໜາດນ້ອຍທີ່ຈະສ້າງກໍາໄລຈາກການລ້ຽງໄກ່ພື້ນເມືອງ. ເພື່ອເປັນການຜ່ານຜ່າ ແລະ ແກ້ໄຂສະພາບການດັ່ງກ່າວ, ຊາວກະສິກອນຈໍາເປັນຈະຕ້ອງມີຄວາມຮູ້ ແລະ ຈະຕ້ອງໄດ້ຮັບການສະໜັບສະໜູນໂດຍສະເພາະແມ່ນກຸ່ມຄົນພິການ ແລະ ແມ່ຍິງທີ່ເປັນຫົວໜ້າຄອບຄົວຖືວ່າແມ່ນກຸ່ມທີ່ມີຄວາມສ່ຽງທີ່ສຸດ ທີ່ຈະພົບບັນຫາໃນຊ່ວຍເຫຼືອຕົນເອງ ແລະ ຊອກຫາແຫຼ່ງລາຍຮັບເພື່ອມາເບີ່ງແຍງຄອບຄົວ. ເພື່ອສົ່ງເສີມແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ IXຂອງລັດຖະບານ ແລະ ແຜນພັດທະນາກະສິກຳ, ປ່າໄມ້ ແລະ ຊົນນະບົດ ຄັ້ງທີ VIຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃນການຄ້ຳປະກັນສະບຽງອາຫານເພື່ອໃຫ້ປະຊາຊົນລາວໄດ້ບໍລິໂພກຊີ້ນ 73 ກິໂລ ແລະ ສະໜອງ 2 ວາລະແຫ່ງຊາດ ຂອງລັດຖະບານໂດຍສະເພາະແມ່ນການແກ້ໄຂບັນຫາທາງດ້ານເສດຖະກິດ – ການເງີນໂດຍການຜະລິດເພື່ອຫຼຸດຜ່ອນການນໍາເຂົ້າ; ສະຖາບັນຄົ້ນຄວ້າກະສິກໍາ, […]




Users Today : 291
Users Yesterday : 54
This Month : 345
This Year : 79771
Total Users : 787761