ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ບໍລິສັດ ບຣິດ ຄາບອນ ລາວ ຈໍາກັດຜູ້ດຽວ

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້ ສິນເຊື່ອກາກບອນ ໝາຍເຖິງ ກົນໄກການຫຼຸດຜ່ອນການປ່ອຍທາດອາຍກາກໂບນິກ ລວມທັງ ທາດອາຍມີເທນ ຫຼື ທາດອາຍເຮືອນແກ້ວ ສູ່ສິ່ງແວດລ້ອມ ຫຼື ຊັ້ນບັນຍາກາດ ເນື່ອງຈາກ ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງ ໄດ້ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ຫຼື ມາດຕະການທີ່ມີເປົ້າໝາຍ ເພື່ອຫຼຸດຜ່ອນການປ່ອຍທາດອາຍກາກໂບນິກ ແລະ ທາດອາຍມີເທນ ຫຼື ທາດອາຍເຮືອນແກ້ວ ສູ່ສິ່ງແວດລ້ອມ ຫຼື ຊັ້ນບັນຍາກາດ ເຊິ່ງສິດທິດັ່ງກ່າວນີ້ສາມາດວັດແທກປະລິມານ ແລະ ສາມາດນຳໄປໃຊ້ໃນຮູບແບບການຊື້-ຂາຍ ໃນຕະຫຼາດສິນເຊື່ອກາກບອນໄດ້ ແລະ ການປູກເຂົ້າໂດຍນຳໃຊ້ເຕັກນິກການບໍລິຫານຈັດການນ້ຳ ແມ່ນເຕັກນິກການປູກເຂົ້າ ໂດຍການບໍລິຫານຈັດການນ້ຳ ແບບການສະຫຼັບປຽກ ແລະ ແຫ້ງ, ທົດແທນວິທີການເກັບກັກນ້ຳໃນນາເຂົ້າແບບດັ່ງເດີມ ທີ່ມີນ້ຳຂັງຢູ່ຕະຫຼອດໄລຍະການປູກເຂົ້າ ອັນເປັນສາເຫດເຮັດໃຫ້ມີການປ່ອຍທາດອາຍມີເທນ ຫຼື ທາດອາຍເຮືອນແກ້ວ ສູ່ສິ່ງແວດລ້ອມ ຫຼື ຊັ້ນບັນຍາກາດ. ອີງໃສ່ ດຳລັດ ວ່າດ້ວຍ ນະໂຍບາຍແຫ່ງຊາດ […]




Users Today : 291
Users Yesterday : 54
This Month : 345
This Year : 79771
Total Users : 787761