National Agriculture and Forestry Research Institute

ພິທີມອບ-ຮັບ ແນວພັນເຂົ້າລະຫວາງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ພະແນກ ກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ

ແຜນງານຄົ້ນຄວ້າ ແລະ ພັດທະນາແນວພັນເຂົ້າ ຂອງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້​ຮັບ​ທືນ​ຊ່ວຍ​ເຫຼືອ ຈາກອົງກອນຮ່ວມມືດ້ານກະສິກໍາຮູບແບບໃໝ່ ຂອງ ສ. ເກົາຫຼີ ປະຈຳ ສປປ ລາວ Korea Partnership for Innovation of Agriculture (KOPIA) ​ຈຳ​ນວນ 2 ໂຄງ​ການ​ຄື: ໂຄງການສ້າງພື້ນຖານໂຄງຮ່າງ ໃຫ້ແກ່ການຜະລິດເຂົ້າທັນສະໄໝໃນ ສປປ ລາວ ແລະ ໂຄງການສ້າງໂອກາດໃຫ້ຊາວນາເຂົ້າເຖີງແນວພັນໃຫມ່ທີ່ປັບໂຕຕໍການປ່ຽນແປງດິນຟ້າ​ອາກາດ ໂດຍສະເພາະແມ່ນໄພນໍ້າຖ້ວມ ເພື່ອຄ້ຳປະກັນສະບຽງອາຫານໃນ ບ້ານເປົ້າໝາຍ ຢູ່ສປປລາວ. ໂຄງການສ້າງພື້ນຖານໂຄງລ່າງ ໃຫ້ແກ່ການຜະລິດເຂົ້າທັນສະໄໝໃນ ສປປ ລາວ​ແມ່ນ​​​​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຕັ້ງແຕ່​ປີ 2023 ຈົນ​ຮອດ​ປີ 2027 ​ຢູ່ 3 ບ້ານ​ເປົ້າ​ໝາຍ​ຄື: ບ້ານ​ນາ​ຊາ, ບ້ານ​ໝາກ​ນາວ​ເໜືອ ແລະ ບ້ານ​ໝາກ​ຮຽວ ເມືອງ​ປາກ​ງື່ມ ນະ​ຄອນ​ຫຼວງວຽງ​ຈັນ ໂດຍ​ມີ​ຈຸດ​ປະ​ສົງ​ ເພື່ອສ້າງ​ພື້ນຖານໂຄງລາງທັນສະໄໝ ເພື່ອຮອງຮັບການຜະລິດເຂົ້າໃຫ້ເຂັ້ມ​ແຂງ ແລະ […]