National Agriculture and Forestry Research Institute

ພິທີມອບ-ຮັບ ແນວພັນເຂົ້າທົນນ້ຳຖ້ວມ ແນວພັນໃໝ່(HPNG7)

ພາບ-ຂ່າວ: ຈັນທະສອນ ມະນີວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້ ໃນວັນທີ​ 23​ ພຶດສະພາ​ 2024,​ ສະຖາບັນຄົ້ນຄວ້າກະສິກໍາ,​ ປ່າໄມ້​ ແລະ​ ພັດທະນາ​ຊົນນະບົດ​ ໄດ້ມອບແນວພັນເຂົ້າ ໃຫ້ແກ່ພະແນກກະສິກໍາ​ ແລະ​ ປ່າໄມ້​ແຂວງ, ວິທະຍາໄລກະສິກໍາ -​ ປ່າໄມ້​ຈໍາປາສັກ​ ແລະ​ ສູນຄົ້ນຄວ້າກະສິກໍາ​ພາກໃຕ້.​ ພິທີຈັດຂຶ້ນຢູ່ສູນຄົ້ນຄວ້າກະສິກໍາພາກໃຕ້ ບ້ານ​ໂພນງາມ ນະຄອນປາກເຊ​ ໂດຍການເຂົ້າຮ່ວມເປັນປະທານຂອງ​ ທ່ານ​ ບຸນທະວີ​ ໄຊຍະເພັດ ຫົວໜ້າ​ກົມຈັດຕັ້ງ ແລະ​ ພະນັກງານ​ ກະຊວງ​ກະສິກຳ​ ແລະ​ ປ່າໄມ້,​ ທ່ານ ປອ​ ເພັດມະນີແສງ ຊ້າງໄຊຍະສານ ຮອງຫົວໜ້າ​ສະຖາບັນຄົ້ນຄວ້າກະສິກໍາ,​ ປ່າໄມ້​ ແລະ​ ພັດທະນາ​ຊົນນະບົດ,​ ທ່ານ​ ຄວນ​ ໂດຮາ ຜູ້ອໍານວຍການສູນໂກເປຍ ປະຈໍາ​ ສປປ​ ລາວ(KOPIA)​, ທ່ານ​ ຄໍາ​ ນີ​ລະ​ວົງ​ ຮັກສາການຫົວໜ້າພະແນກກະສິກໍາ […]