National Agriculture and Forestry Research Institute

ຝຶກອົບຮົມ: ການເຝົ້າລະວັງສຸຂະພາບປ່າໄມ້ ( Forest HeathSurveillance)ຂອງໂຄງການການ ACIAR “ພັດທະນາເຄືອຂ່າຍສຸຂະພາບປ່າໄມ້ ແລະ ຄວາມປອດໄພຊີວະພາບ “ACIAR-FST/2020/123”

ໃນລະຫວ່າງວັນທີ 26 – 28 ພະຈິກ 2024 ສູນຄົ້ນຄວ້າປ່າໄມ້, ໂຄງການພັດທະນາເຄືອຂ່າຍສຸຂະພາບປ່າໄມ້ ແລະ ຄວາມປອດໄພຊີວະພາບ “ ACIAR-FST/2020/123” ໄດ້ເປີດຝຶກອົບຮົມຫົວຂໍ້: ການເຝົ້າລະວັງສຸຂະພາບປ່າໄມ້ ທີ່ຫ້ອງປະຊຸມສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍການເປັນປະທານຂອງ ທ່ານ. ໄພທູນ ມູນເສນາ ຮອງຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີວິຊາການສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສູນຄົ້ນຄວ້າປ່າໄມ້, ຕາງໜ້າຈາກສູນປ້ອງກັນພືດ, ຕາງໜ້າຈາກບໍລິສັດບົວລະພາ, ຕ່າງໜ້າຈາກບໍລິສັດ Mekong Timber Platation, ຕາງໜ້າຈາກຄະນະປ່າໄມ້, ຕາງໜ້າຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງຫາດຊາຍຟອງ ແລະ ເມືອງໄຊທານີ ຈຳນວນທັງໝົດ 28 ທ່ານ. ຍີງ 9 ທ່ານ. ໂດຍການເປັນຄູຝຶກຂອງຊ່ຽວຊານທີ່ມາຈາກປະເທດ Australia ຄື: ທ່ານ ນາງ Janet McDonald ແລະ ທ່ານ […]