National Agriculture and Forestry Research Institute

ຝຶກອົບຮົມໃນຫົວຂໍ້ “ເຕັກນິກການຜະລິດໝາກເຜັດໃຫ້ເປັນສິນຄ້າ ລາວ-ຈີນ”

ໃນວັນທີ 27 ມີນາ 2025 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາ, ປ້າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບ ບໍລິສັດ ເສສວນຈີວຢວນຢູຍເຟີງ ກະສິກໍາ ຈໍາກັດ ໄດ້ເປີດຝຶກອົບຮົມໃນຫົວຂໍ້ “ເຕັກນິກການຜະລິດໝາກເຜັດໃຫ້ເປັນສິນຄ້າ ລາວ-ຈີນ” ໃຫ້ກຽດເປັນປະທານຂອງ ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການຫົວໜ້າ ສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ເຂົ້າຮ່ວມ ມີທ່ານ ປອ ທອງຄູນ ສີສະໄພທອງ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ທ່ານ ນາງ ຈາວຢາລິນ ຫົວໜ້າບໍລິສັດ ເສສວນຈີວຢວນຢູຍເຟີງ ກະສິກໍາ ຈໍາກັດ ມີນັກສຳມະນາກອນທີ່ມາຈາກຫຼາຍພາກສ່ວນເຊັ່ນ: ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຂະແໜງປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຫ້ອງການກະສິກໍາ […]