National Agriculture and Forestry Research Institute

ຝຶກອົບຮົມເຕັກນິກການຜະລິດເຂົ້າໃຫ້ໄດ້ຄຸນນະພາບເພື່ອຮອງຮັບການຜະລິດເຂົ້າເປັນສີນຄ້າທີ່ທັນສະໄໝ

ໃນວັນທີ 14 ພຶດສະພາ 2024 ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ຮ່ວມກັບ ໂຄງການສ້າງພື້ນຖານໃນການຜະລິດເຂົ້າທັນສະໄໝຢູ່ ສປປ ລາວ(KOPIA) ໄດ້ເປີດຝຶກອົບຮົມໃຫ້ແກ່ກຸ່ມຊາວນາ ບ້ານນາຊາ, ເມືອງປາກງຶ່ມ, ນະຄອນຫຼວງວຽງຈັນ ໃນຫົວຂໍ້: ເຕັກນິກວິທີການປູກເຂົ້າແບບຕ່າງໆ, ເຕັກນິກການຈັດການຝຸ່ນ, ປຸຍແບບປະສົມປະສານ ແລະ ເຕັກນິກການຈັດການສັດຕູພືດແບບປະສົມປະສານ, ໂດຍໃຫ້ກຽດເຂົ້າຮ່ວມເປີດພິທີໂດຍ ທ່ານ ຄວານ ໂດຮາ ອຳນວຍການສູນໂກເປຍ(KOPIA), ສ.ເກົາຫຼີ ປະຈຳ ສປປລາວ, ມີທ່ານ ນາຍບ້ານ ນາຊາ ພ້ອມດ້ວຍຊາວກະສິກອນບ້ານນາຊາເຂົ້າຮ່ວມ, ໂດຍການເປັນຄູຝຶກຂອງຊ່ຽວຊານດ້ານການຜະລິດເຂົ້າຈາກສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ.           ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອຖ່າຍທອດບົດຮຽນ, ປະສົບການ, ຄວາມຮູ້ ຈາກສູນສະຖານີຄົ້ນຄວ້າຂອງພາກລັດໃຫ້ກຸ່ມຊາວນາເປົ້າໝາຍໂຄງການ, ເຜີຍແຜ່ແລກປ່ຽນບົດຮຽນປະສົບການໃຫ້ຊາວນາສາມາດຫັນເປັນຜູ້ຜະລິດເຂົ້າເພື່ອເປັນສີນຄ້າໃນຊຸມຊົນເຂົາເຈົ້າໄດ້. ການຈັດຕັ້ງປະຕິບັດໃນການຝຶກອົບຮົມໄດ້ນຳສະເໜີພາກທິດສະດີຜ່ານ ພາວເວີພອຍ ເຊິ່ງນັກສຳມະນາກອນໄດ້ເປີດສົນທະນາແລກປ່ຽນ ແລະ ຮຽນຮູ້ກ່ຽວກັບເຕັກນິກການປູກເຊົ້າໃນແບບຕ່າງໆ, ປັດໄຈຕ່າງໆກ່ຽວກັບການຜະລິດເຂົ້າໃຫ້ເປັນສິນຄ້າ, ການໃສ່ຝຸ່ນແບບປະສົມປະສານໃຫ້ເໝາະສົມ, ການກຳຈັດພະຍາດ ແລະ ແມງໄມ້ສັດຕູພືດ, ນອກນັ້ນຍັງໄດເປີດໃຫ້ນັກສຳມະນາກອນໄດແລກປ່ຽນເຊິ່ງກັນ ແລະ […]