National Agriculture and Forestry Research Institute

ນັກວິທະຍາສາດຂອງສູນຄົ້ນຄວ້າປ່າໄມ້ ໄດ້ຂຶ້ນລາຍງານຜົນການຄົ້ນຄວ້າໃນກອງປະຊຸມໃຫຍ່ການຄົ້ນຄວ້າປ່າໄມ້ໂລກ ຄັ້ງທີ 26 ທີ່ນະຄອນ ສະຕັອກໂຮມ ແຫ່ງປະເທດສະວີເດັນ ໃນລະຫວ່າງວັນທີ 23 – 29 ມີຖຸນາ 2024

ສະຫະພັນອົງການຄົ້ນຄວ້າປ່າໄມ້ສາກົນ (International Union of Forest Research Organizations “IUFRO”) ແມ່ນສູນລວມການເຊື່ອມໂຍງ ແລະ ແລກປ່ຽນການຄົ້ນຄວ້າວິທະຍາສາດປ່າໄມ້ຂອງບັນດາອົງການຄົ້ນຄວ້າປ່າໄມ້ໃນທົ່ວໂລກ, ຊຶ່ງສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຂອງ ສປປລາວ ແມ່ນເປັນໜຶ່ງໃນສະມາຊິກ 700 ອົງກອນ ກວມເອົາຫລາຍກວ່າ 100 ປະເທດ. IUFRO ມີພາລະກິດເປັນຈຸດສູນລວມການເຊື່ອມຈອດລະຫວ່າງປ່າໄມ້, ວິທະຍາສາດ ແລະ ປະຊາຊົນ. ກອງປະຊຸມໃຫຍ່ຂອງ IUFRO ແມ່ນຈັດຂຶ້ນໃນເວລາທຸກໆ 5 ປີ ໂດຍມີການໝູນວຽນປະເທດເຈົ້າພາບຕາມຄວາມເໝາະສົມ. ກອງປະຊຸມໃຫຍ່ການຄົ້ນຄວ້າປ່າໄມ້ໂລກຂອງ IUFRO ຄັ້ງທີ 26 ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ Stockholmsmassan, ນະຄອນສະຕັອກໂຮມ ແຫ່ງປະເທດສະວີເດັນ ໃນລະຫວ່າງວັນທີ 23 – 29 ມີຖຸນາ 2024. ກອງປະຊຸມໃຫຍ່ຄັ້ງນີ້, ມີເຂົ້າຮ່ວມທັງໝົດ 4,271 ຄົນ ທີ່ມາຈາກ […]