National Agriculture and Forestry Research Institute

ທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ລົງຢ້ຽມຢາມກິດຈະກຳ ສູນຄົ້ນຄວ້າກະສິກຳເຂດເນີນສູງ ( ຫຼວງພະບາງ )

ໃນວັນທີ 6 ຕຸລາ 2024 ທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ລົງຢ້ຽມຢາມກິດຈະກຳ ສູນຄົ້ນຄວ້າກະສິກຳເຂດເນີນສູງ ( ຫຼວງພະບາງ ), ມີທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮັກສາການ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ), ທ່ານ ບຸນຈັນ ກົມບຸນຍາສິດ ຫົວໜ້າກົມປູກຝັງ, ທ່ານ ສົມຫວັງ ພິມມະສອນ ຫົວໜ້າ ກົມກວດກາປ່າໄມ້, ທ່ານ ປອ ເພັດແກ້ວ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ມີຮອງຫົວໜ້າ ສກປພ, ຮອງຫົວໜ້າຫ້ອງການກະຊວງ, ຫົວໜ້າສູນ, ຮອງຫົວໜ້າສູນ ທີ່ຂຶ້ນກັບສະຖາບັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຕິດຕາມ. ໂອກາດນີ້ ທ່ານ ຄຳຫຼ້າ ພັນທະບູນ ຫົວໜ້າສູນຄົ້ນຄວ້າກະສິກຳເຂດເນີນສູງ […]