National Agriculture and Forestry Research Institute

ກອງປະຊຸມສະຫຼຸບຖອດຖອນບົດຮຽນ ການສົ່ງເສີມການຜະລິດກະສິກຳສະຫຼາດ ແລະ ແນວພັນພືດ ປະຈໍາປີ 2025, ທິດທາງແຜນການ ປີ 2026 ແລະ ປຶກສາຫາລື ຮ່າງນະໂຍບາຍແນວພັນພືດແຫ່ງຊາດ

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຖ່າຍທອດຜົນການຄົ້ນຄວ້າກະສິກຳ ແລະ ປ່າໄມ້. ໃນລະຫວ່າງວັນທີ 25-26 ທັນວາ 2025 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດຮ່ວມກັບ ອົງການ ອ໋ອກສຟາມ (OXFAM) ຈັດກອງປະຊຸມ ກອງປະຊຸມສະຫຼຸບຖອດຖອນບົດຮຽນ ການສົ່ງເສີມການຜະລິດກະສິກຳສະຫຼາດ ແລະ ແນວພັນພືດ ປະຈໍາປີ 2025, ທິດທາງແຜນການ ປີ 2026 ແລະ ປຶກສາຫາລື ຮ່າງນະໂຍບາຍແນວພັນພືດແຫ່ງຊາດ ຂຶ້ນ ທີ່ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ນະຄອນໄກສອນ ແຂວງ ສະຫວັນນະເຂດ, ໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ປອ ໂກສົນ ໄຊພະກັດສາ ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ແກ້ວອຸດອນ ສຸລິຍະ ຮອງຫົວໜ້າພະແນກກະສິກຳ ແລະ ສີ່ງແວດລ້ອມ ແລະ […]