National Agriculture and Forestry Research Institute

ການລົງຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດວຽກງານຂອງຫົວໜ້າສະຖາບັນ ສກປພ ພ້ອມດ້ວຍຄະນະ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

             ໃນວັນທີ 31 ພືດສະພາ 2023 ທາງຫົວໜ້າສະຖາບັນ ສກປພ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດວຽກງານຂອງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິ່ງທາງ ສູນໄດ້ເປີດກອງປະຊຸມ ເພື່ອລາຍງານຜົນງານ ຂອງການຄົ້ນຄວ້າ, ເຜີຍແພ່ ແລະ ນໍາໃຊ້ຜົນການຄົ້ນຄວ້າ ແລະ ພັດທະນາ ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ໃຫ້ກຽດເປັນປະທານໂດຍ ທ່ານ ປອ.ນາງ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ເຊິ່ງໃນກອງປະຊຸມ ທ່ານ ບຸນຖົມ ສົມພັນປັນຍາ ຫົວໜ້າສູນ ໄດ້ລາຍງານກ່ຽວກັບ ສະພາບທົ່ວໄປຂອງສູນ ແລະ ຜົນສໍາເລັດໃນການຄົ້ນຄວ້າໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງວຽກງານທີ່ຜ່ານມາຕິດພັນກັບວາລະແຫ່ງຊາດ, ແຜນຈັດຕັ້ງປະຕິບັດແຜນຍຸດທະສາດຂອງຂະແໜງການກະສິກໍາ ແລະ ປ່າໄມ້ຮອດປີ 2025 ແລະ ວິໄສທັດຮອດປີ […]