National Agriculture and Forestry Research Institute

ຄະນະພັກຮາກຖານສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ສໍາເລັດການປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງ

ເພື່ອເລືອກເອົາເປົ້າໝາຍຜູ້ແທນສົມບູນ ແລະ ສຳຮອງ ຂອງຄະນະພັກຮາກຖານຫ້ອງການ ເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ທີ່ຈະໄດ້ຈັດຂຶ້ນໃນເດືອນ ພະຈິກ 2025 ທີ່ຈະມາເຖິງນີ້. ໃນຕອນເຊົ້າວັນທີ 09 ກັນຍາ 2025 ຄະນະພັກຮາກຖານສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມ ຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຄັ້ງທີ VII ຕາມກົດລະບຽບຂອງພັກ ຂຶ້ນທີ່ ສະໂມສອນກະຊວງ. ໂດຍການເປັນປະທານ ຂອງ ສະຫາຍ ປອ. ລິນຄໍາ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ມີບັນດາ ກໍາມະການພັກກະຊວງ, ຄະນະອະນຸກໍາມະການບຸກຄະລະກອນ ຂັ້ນກະຊວງ, ສະຫາຍຮັກສາການເລຂາ ຄະນະພັກຮາກຖານ, ບັນດາສະຫາຍຄະນະພັກຮາກຖານ, ເລຂາ-ຮອງເລຂາໜ່ວຍພັກທີ່ຂຶ້ນກັບ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມທັງໝົດ 117 […]