National Agriculture and Forestry Research Institute

ສຳມະນາວິທະຍາສາດຊາວໜຸ່ມ ຄັ້ງທີ III ລະຫວ່າງ ຄຊປປລ ຮາກຖານ ສກປພ, ຄຊປປລ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ຄຊປປລ ກົມປູກຝັງ ແລະ ຄຊປປລ ກົມລ້ຽງສັດ ແລະ ການປະມົງ

ໃນວັນທີ 17 ກັນຍາ 2024 ຢູ່ທີ ສະໂມສອນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດ ສຳມະນາວິທະຍາສາດ ຊາວໜຸ່ມຄັ້ງທີ III ລະຫວ່າງ ຄຊປປລ ຮາກຖານ ສກປພ, ຄຊປປລ ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ, ຄຊປປລ ກົມປູກຝັງ ແລະ ຄຊປປລ ກົມລ້ຽງສັດ ແລະ ການປະມົງ ພາຍໃຕ້ຫົວຂໍ້ “ ການຜະລິດເປັນສິນຄ້າ ເພື່ອທົດແທນການນຳເຂົ້າ ສິນຄ້າກະສິກຳ ” ໂດຍການເປັນປະທານຂອງ ສຫ ມະໂນລັກ ບຸນສີຫາລາດ ຄະນະປະຈຳ ຄະນະບໍລິຫານງານ ຊາວໜຸ່ມກະຊວງກະສິກຳ ແລະ ປ່າໄມ້, ເລຂາຄະນະຊາວໜຸ່ມຮາກຖານ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ບົວຈັນ ສີຫາວົງ ຮອງເລຂາ ຊປປລ […]