National Agriculture and Forestry Research Institute

ກຸ່ມວຽກຄົ້ນຄວ້າການລ້ຽງສັດປີກ ຈັດກິດຈະກຳຝຶກອົບຮົມການສັກວັກຊິນປ້ອງກັນພະຍາດສັດປີກ

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຖ່າຍທອດຜົນການຄົ້ນຄວ້າກະສິກຳ ແລະ ປ່າໄມ້ ໃນຕອນເຊົ້າວັນທີ 4 ພະຈິກ 2025, ກຸ່ມວຽກຄົ້ນຄວ້າການລ້ຽງສັດປີກ, ສູນຄົ້ນຄວ້າການລ້ຽງສັດ ຮ່ວມກັບ ໂຄງການ ກູດຟາມເມີ ຈັດກິດຈະກຳຝຶກອົບຮົມພາກປະຕິບັດຕົວຈິງ ໃນການສັກວັກຊີນປ້ອງກັນພະຍາດອະຫິວາສັດປີກ ໃຫ້ນັກສຶກສາປີທີ 4 ພາກວິຊາ ສັດຕະວະແພດ, ຄະນະ ກະເສດສາດ, ມະຫາວິທະຍາໄລແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ສຸສຳລານ ຄຳພູມີ, ຮອງຫົວໜ້າ ສູນຄົ້ນຄວ້າການລ້ຽງສັດ ແລະ ທ່ານ ປອ ສົມບູນ ອຳນວຍການໂຄງການ ກູດຟາມເມີ, ເຂົ້າຮ່ວມ ມີອາຈານ ສຸລະສັກ ມະຫາໄຊ ຮອງຫົວໜ້າ ພາກວິຊາ ສັດຕະວະແພດ, ຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍຄູຝຶກຈາກ ສູນຄົ້ນຄວ້າການລ້ຽງສັດ ແລະ ໂຄງການ ກູດຟາມເມີ ເຂົ້າຮ່ວມ ຈຳນວນທັງໝົດ 50 ທ່ານ ຍິງ 29 […]