ການສໍາຫຼວດພື້ນທີ່ການຜະລິດພືດຜັກຂອງກຸ່ມບ້ານເປົ້າໝາຍ ຢູ່ 3 ແຂວງ ຂອງໂຄງການຄົ້ນຄວ້າ ແລະ ພັດທະນາເຕັກນິກລະບົບຕ່ອງໂສ້ ໃນການເພີ່ມຜະລິດຕະພາບ ແລະ ຄວາມປອດໄພຂອງພືດຜັກຊາວກະສິກອນຂະໜາດນ້ອຍຢູ່ ສປປ ລາວ

ຮຽບຮຽງໂດຍ: ຄໍາຈັນ ເດັດສະໄຫມ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໃນລະຫວ່າງວັນທີ 24-29 ຕຸລາ 2025 ທີ່ຜ່ານມາ ທີມງານວິຊາການຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບຊ່ຽວຊານທາງດ້ານພືດຜັກຂອງໂຄງການການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ທີ່ມາຈາກປະເທດອົດສຣາລີ ໄດ້ລົງສົມທົບກັບພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງ ແລະ ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງ ຢູ່ໃນ 3 ແຂວງເປົ້າໝາຍ ເພື່ອສໍາຫຼວດການຜະລິດພຶດຜັກຂອງຊາວກະສິກອນ ຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງບໍລິຄໍາໄຊ ເຊິ່ງມີຈຸດປະສົງ ເພື່ອລົງສໍາຫຼວດພື້ນທີ່ໃຫ້ຮູ້ເຖິງສະພາບການຜະລິດພຶດຜັກ, ການຈັດການທາງດ້ານເຕັກນິກການປູກ, ການຈັດການຫຼັງການເກັບກ່ຽວ, ການຈັດການເລື່ອງການຕະຫຼາດ ພ້ອມທັງບັນຫາ ແລະ ຂໍ້ຈໍາກັດໃນການຜະລິດພືດຜັກຂອງຊາວກະສິກອນເພື່ອຊອກຫາວິທີແກ້ໄຂຊ່ວຍຊາວກະສິກອນ ໃນການເພີ່ມປະສິດທິພາບໃນການຜະລິດ ໂດຍສະເພາະການເຮັດໃຫ້ຊາວກະສິກອນສາມາດປູກພືດຜັກໄດ້ຕະຫຼອດປີ. ໃນການສໍາຫຼວດຄັ້ງນີ້ແມ່ນໄດ້ລົງເບິ່ງພື້ນທີ່ການຜະລິດພືດຜັກຂອງກຸ່ມຊາວກະສິກອນທີ່ມີທ່າແຮງໃນການເຂົ້າຮ່ວມໂຄງການ ຈໍານວນ 8 ບ້ານ ທີ່ຢູ່ໃນ 3 […]



Users Today : 319
Users Yesterday : 54
This Month : 373
This Year : 79799
Total Users : 787789