ການສໍາຫຼວດພື້ນທີ່ການຜະລິດເມັດພັນພືດຜັກໃນແຂວງຫຼວງພະບາງ

ໃນລະຫວ່າງວັນທີ 12-14 ສິງຫາ 2024 ທີ່ຜ່ານມາ ທີມງານວິຊາການຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບວິຊາການຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ ແລະ ຊ່ຽວຊານທາງດ້ານພືດຜັກຂອງໂຄງການ ສົ່ງເສີມການຜະລິດພືດຜັກທີ່ປັບຕົວຕໍ່ກັບການປ່ຽນແປງດິຟ້າອາກາດ ຢູ່ ສປປ ລາວ (ADB) ໄດ້ລົງໄປສໍາຫຼວດພື້ນທີ່ການຜະລິດພຶດຜັກ ເຊັ່ນ: ບ້ານ ບ້ານນາໄຊ, ບ້ານຊຽງມວກ, ນະຄອນຫຼວງພະບາງ ແລະ ບ້ານບວມເລົາ, ບ້ານ ໂພລາດ, ເມືອງຈອມເພັດ ແຂວງຫຼວງພະບາງ ເຊິ່ງມີຈຸດປະສົງ ເພື່ອຄັດເລືອກພື້ນທີ່ໃນການຜະລິດເມັດພັນພືດຜັກ ຄື: ຜັກບົ່ວແບ່ງ, ໝາກເຜັດ ແລະ ໝາກເລັ່ນ, ເພື່ອຊອກຫາວິທີແກ້ໄຂບັນຫາການນໍາໃຊ້ເມັດພັນທີ່ນໍາເຂົ້າຊ່ວຍຊາວກະສິກອນ ໂດຍສະເພາະການຫຼຸດຕົ້ນທຶນການຜະລິດ ແລະ ເພີ່ມປະສິດທິພາບໃນການຜະລິດເມັດພັນພືດຜັກ. ໃນການຈັດຕັ້ງປະຕິບັດຄັ້ງນີ້ ເຫັນວ່າພື້ນທີ່ເປົ້າໝາຍທີ່ທາງທີມງານໄດ້ລົງສໍຫຼວດນັ້ນແມ່ນມີເງື່ອນໄຂ ແລະ ປັດໃຈຫຼາຍດ້ານທີ່ເໝາະສົມໃນການຜະລິດແນວພັນພືດຜັກ ເຊັ່ນ: ພື້ນທີ່ການຜະລິດຢູ່ເຂດຊານເມືອງ, ມີເສັ້ນທາງຄົມມະນາຄົມສະດວກ, ພື້ນທີ່ການຜະລິດຍັງມີຄວາມອຸດົມສົມບູນຂອງດິນດີ, ການນໍາໃຊ້ສານເຄມີຍັງມີໜ້ອຍ, ຊາວກະສິກອນມີພື້ນຖານໃນການຜະລິດພືດຜັກ ແຕ່ຍັງພົບວ່າການຕອບສະໜອງຜະລິດຕະພັນພືດຜັກໃຫ້ຕະຫຼາດພາຍໃນແຂວງຍັງບໍ່ພຽງພໍໂດຍສະເພາະໃນລະດູຝົນ ເຊິ່ງເຫັນໄດ້ຈາກການນໍາເຂົ້້າຜະລິດຕະພັນພືດຜັກຈາກຕ່າງແຂວງ […]



Users Today : 377
Users Yesterday : 54
This Month : 431
This Year : 79857
Total Users : 787847