National Agriculture and Forestry Research Institute

ການສ້າງຄວາມເຂັ້ມແຂງທາງດ້ານວິຊາການໃນການຜະລິດຜັກຫອມບົ່ວ

ໃນຕອນບ່າຍຂອງວັນທີ 7/1/2025 ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບໂຄງການສ້າງໂຕແບບການຜະລິດການເກັບຮັກສາ ແລະ ການຂະຫຍາຍແນວພັນຜັກບົ່ວແບ່ງ (KOPIA) ໄດ້ເຊີນຊ່ຽວຊານຈາກ ສ. ເກົາຫຼີ ເປີດການຝຶກອົບຮົມໃນຫົວຂໍ້ Chive seed (bulb) production technology  ໃຫ້ແກ່ພະນັກງານວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 15 ທ່ານ ຈຸດປະສົງ: 1). ເພື່ອແລກປ່ຽນ ແລະ ຖ່າຍທອດບົດຮຽນກ່ຽວກັບເຕັກນິກການປູກ, ການເກັບຮັກສາແນວພັນຜັກຫອມບົ່ວ ແລະ ສະພາບແວດລ້ອມທີ່ເໝາະສົມສໍາລັບຜັກຫອມບົ່ວ ການດໍາເນີນການຈັກຕັ້ງປະຕິບັດໃນການຝຶກອົບຮົມ ທາງຄູຝຶກແມ່ນໄດ້ນໍາສະເໜີເຖິງຄຸນລັກສະນະ ແລະ ຄວາມສໍາຂອງຜັກຫອມບົ່ວທີ່ນໍາໃຊ້ປະກອບອາຫານ ລວມເຖິງສະພາບການຜະລິດຜັກຫອມບົ່ວໃນ ສ.ເກົາຫຼີ ຈາກນັ້ນຄູຝຶກກໍໄດ້ບັນລະຍາຍເຖິງສະພາບແວດລ້ອມສະພາບແວດລ້ອມທີ່ມີຜົນຕໍ່ກັບການປູກຜັກຫອມບົ່ວ, ບັນດາເຕັກນິກທີ່ໃຊ້ເຂົ້າໃນການປູກຜັກຫອມບົ່ວເພື່ອໃຫ້ໄດ້ຜົນຜະລິດທີ່ດີ ແລະ ເຕັກນິກຫຼັງການເກັບກ່ຽວ ຜັກຫອມບົ່ວ ເພື່ອໃຫ້ສາມາດເກັບຮັກສາໄວ້ໄດ້ດົນ ນອກຈາກນັ້ນຄູຝຶກຍັງໄດ້ຊີ້ໃຫ້ເຫັນບັນຫາທີ່ມີຜົນຕໍ່ກັບຜັກບົ່ວ ໂດຍສະເພາະລະດູການທີ່ເໝາະສົມໃນການປູກ, ອາຍຸການເກັບກ່ຽວເອົາແນວພັນ, ສະພາບແວດລ້ອມທີ່ເໝາະສົມໃນການເກັບຮັກສາແນວພັນ ແລະ ພະຍາດ, ແມງໄມ້ທີ່ສໍາຄັນຂອງຜັກຫອມບົ່ວ. ໃນການຝຶກອົບຮົມ ແລະ […]