ການສ້າງຄວາມອາດສາມາດກ່ຽວກັບ GRIN-Global Community Edition (GGCE)ສໍາລັບການຄຸ້ມຄອງຂໍ້ມູນຂອງ Genebank ແລະ ການປະຕິບັດງານຫຼັກ

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້ GRIN-Global Community Edition (GGCE) ເປັນລະບົບຈັດການ ຖານຂໍ້ມູນທະນາຄານເຊື້ອພັນ (Genebank) ທີ່ຈະຊ່ວຍຈັດຄວາມເປັນລະບຽບໃນການບັນທຶກ ຂອງທະນາຄານເຊື້ອພັນໃນຖານຂໍ້ມູນ ທີ່ສາມາດຄົ້ນຫາໄດ້ ຊຶ່ງມັນເປັນວຽກທີ່ຊັບຊ້ອນ ສໍາລັບພະນັກງານຈັດການຂໍ້ມູນຂອງທະນາຄານເຊື້ອພັນ. ດັ່ງນັ້ນ, ຕ້ອງມີການອັບເດດຖານຂໍ້ມູນຢ່າງຕໍ່ເນື່ອງເປັນແຕ່ລະໄລຍະ. GGCE ເປັນທາງເລືອກທີ່ເໝາະສົມ ມັນຈະຊ່ວຍໃຫ້ພະນັກງານຂອງທະນາຄານເຊື້ອພັນທຸກຄົນ ສາມາດລວບລວມ ແລະ ໃຊ້ຂໍ້ມູນໄດ້ຢ່າງສະດວກ ໃນເວລາທີ່ເຮັດວຽກຕັ້ງແຕ່ການຄົ້ນຫາ, ການຈັດການ, ການຕິດຕາມ, ການປະເມີນວັດສະດຸ ແລະ ການແຈກຢາຍໃຫ້ກັບລູກຄ້າ, ການໃສ່ບາໂຄດທີ່ຖືກຕ້ອງ ສາມາດເຮັດໃຫ້ວຽກງານນີ້ສະດວກສະບາຍຂຶ້ນ ດ້ວຍ GGCE, ທະນາຄານເຊື້ອພັນຂອງສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ (ນາພອກ) ຈະມີຂໍ້ມູນປັດຈຸບັນ ກ່ຽວກັບຕົວຢ່າງທຸກຕົວຢ່າງທີ່ທ້ອນໂຮມໄດ້ ຊ່ວຍໃຫ້ພະນັກງານກໍານົດລໍາດັບຄວາມສໍາຄັນຂອງກິດຈະກໍາ ແລະ ຈັດສັນຊັບພະຍາກອນທີ່ມີຢູ່ຢ່າງຈໍາກັດໄດ້ດີຂຶ້ນ. ໃນລະຫວ່າງວັນທີ 5 ພຶດສະພາ 2025 ທີ່ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ໄດ້ຈັດຝຶກອົບຮົມ ໃນຫົວຂໍ້: ການສ້າງຄວາມອາດສາມາດກ່ຽວກັບ […]



Users Today : 316
Users Yesterday : 54
This Month : 370
This Year : 79796
Total Users : 787786