ການສາທິດເຕັກນິກການປຸກສ້າງເຮືອນຮົ່ມສໍາລັບປູກພືດຜັກ ຊ່ວງລະດູຝົນ

ຂຽນໂດຍ: ຄໍາຈັນ ເດັດສະໄໝ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (HRC) ໃນລະຫວ່າງວັນທີ 24-30 ທັນວາ 2025 ທີ່ຜ່ານມານີ້ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ), ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ໄດ້ມີການສະໜັບສະໜູນທາງດ້ານວັດຖຸອຸປະກອນໃນການປຸກສ້າງເຮືອນຮົ່ມ ແລະ ໄດ້ສາທິດເຕັກນິກການປຸກສ້າງເຮືອນຮົ່ມ ຢູ່ພື້ນທີ່ຊາວກະສິກອນ ເຊິ່ງຈັດຕັ້ງຢູ່ທີ່ ເມືອງທ່າແຂກ, ແຂວງຄໍາມ່ວນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 11 ຄົນ ຈຸດປະສົງ 1) ເພື່ອພັດທະນາດ້ານເຕັກນິກການປູກພືດຜັກ ໃນຊ່ວງລະດູຝົນ ເພື່ອເຜີຍແຜ່ຜົນການຄົ້ນຄວ້າໃນການເພິ່ມລາຍຮັບໃຫ້ແກ່ຊາວກະສິກອນ. ການຈັດຕັ້ງປະຕິບັດໃນຄັ້ງນີ້ ທາງທີມງານຂອງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ມີການນໍາເອົາລະບົບເຮືອນຮົ່ມທີ່ອອກແບບໂດຍ (ສຜໝ) ເອີ້ນວ່າ ແບບຕ່າງລະດັບ (Offset module) ຂະໜາດ 6×21 ແມັດ ເຊິ່ງແຕກຕ່າງຈາກລະບົບເຮືອນຮົ່ມທີ່ມີການນໍາໃຊ້ເຂົ້າໃນການປູກພືດຜັກທີ່ມີໃຫ້ເຫັນຢູ່ໃນຂອບເຂດທົ່ວປະເທດ, ເຮືອນຮົ່ມແບບຕ່າງລະດັບນີ້ ມີຈຸດພິເສດທີ່ດີເດັ່ນແຕກຕ່າງກັບເຮືອນຮົ່ມແບບອຶ່ນໆ ຄື: […]




Users Today : 177
Users Yesterday : 54
This Month : 231
This Year : 79657
Total Users : 787647