National Agriculture and Forestry Research Institute

ການສາທິດເຕັກນິກການປຸກສ້າງເຮືອນຮົ່ມສໍາລັບກ້າເບ້ຍ ແລະ ຂະຫຍາຍແນວພັນດອກໄມ້ເມືອງໜາວ ຢູ່ແຂວງ ໄຊສົມບູນ

ຂຽນໂດຍ: ຄໍາຈັນ ເດັດສະໄໝ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (HRC) ໃນລະຫວ່າງວັນທີ 16-18 ຕຸລາ 2025 ທີ່ຜ່ານມານີ້ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ກໍ່ຄື ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ໄດ້ມີການຮ່ວມມືກັບກົມປູກຝັງ ໃນການລົງສົມທົບກັບ ພະແນກກະສິກໍາ ແລະ ສິ່ງແວ້ດລ້ອມແຂວງ ເພື່ອສາທິດເຕັກນິກການປຸກສ້າງເຮືອນຮົ່ມຈໍານວນ 1 ຫຼັງ ຢູ່ພື້ນທີ່ຕົວແບບໃນການກ້າເບ້ຍ ແລະ ຂະຫຍາຍແນວພັນດອກໄມ້ເມືອງໜາວ ເຊິ່ງຈັດຕັ້ງຢູ່ທີ່ບ້ານ ພູຫົວຊ້າງ, ເມືອງອານຸວົງ, ແຂວງໄຊສົມບູນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 9 ຄົນ ຈຸດປະສົງ 1) ເພື່ອພັດທະນາດ້ານເຕັກນິກການປູກ ແລະ ຂະຫຍາຍພັນດອກໄມ້ເມືອງໜາວ ເພື່ອເປັນຕົວແບບ ແລະ ບ່ອນຮຽນຮູ້ໃຫ້ແກ່ຊາວກະສິກກອນໃນການຜະລິດດອກໄມ້ໃຫ້ເປັນສິນຄ້າ. ການຈັດຕັ້ງປະຕິບັດໃນຄັ້ງນີ້ ທາງທີມງານຂອງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ມີການນໍາເອົາລະບົບເຮືອນຮົ່ມທີ່ອອກແບບໂດຍ […]