ການສາທິດເຕັກນິກການປຸກສ້າງເຮືອນຮົ່ມສໍາລັບປູກພືດຜັກ ຊ່ວງລະດູຝົນ ເພື່ອເພິ່ມລາຍຮັບໃຫ້ແກ່ຊາວກະສິກອນ

ຂຽນໂດຍ: ຄໍາຈັນ ເດັດສະໄໝ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (HRC) ໃນລະຫວ່າງວັນທີ 11-12 ກໍລະກົດ 2025 ທີ່ຜ່ານມານີ້ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ), ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ໄດ້ມີການສະໜັບສະໜູນທາງດ້ານວັດຖຸອຸປະກອນໃນການປຸກສ້າງເຮືອນຮົ່ມ ແລະ ໄດ້ສາທິດເຕັກນິກການປຸກສ້າງເຮືອນຮົ່ມ ຢູ່ພື້ນທີ່ຊາວກະສິກອນ ເຊິ່ງຈັດຕັ້ງຢູ່ທີ່ບ້ານດອນປາແດກ, ເມືອງໜອງບົກ, ແຂວງຄໍາມ່ວນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 10 ຄົນ ຈຸດປະສົງ 1) ເພື່ອພັດທະນາດ້ານເຕັກນິກການປູກພືດຜັກ ໃນຊ່ວງລະດູຝົນ ເພື່ອເພິ່ມລາຍຮັບໃຫ້ແກ່ຊາວກະສິກອນ. ການຈັດຕັ້ງປະຕິບັດໃນຄັ້ງນີ້ ທາງທີມງານຂອງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ມີການນໍາເອົາລະບົບເຮືອນຮົ່ມທີ່ອອກແບບໂດຍ (ສຜໝ) ເອີ້ນວ່າ ແບບຕ່າງລະດັບ (Offset module) ຂະໜາດ 7×21 ແມັດ ເຊິ່ງແຕກຕ່າງຈາກລະບົບເຮືອນຮົ່ມທີ່ມີການນໍາໃຊ້ເຂົ້າໃນການປູກພືດຜັກທີ່ມີໃຫ້ເຫັນຢູ່ໃນຂອບເຂດທົ່ວປະເທດ, ເຮືອນຮົ່ມແບບຕ່າງລະດັບນີ້ ມີຈຸດພິເສດທີ່ດີເດັ່ນແຕກຕ່າງກັບເຮືອນຮົ່ມແບບອຶ່ນໆ […]




Users Today : 331
Users Yesterday : 54
This Month : 385
This Year : 79811
Total Users : 787801