National Agriculture and Forestry Research Institute

ການສາທິດເຕັກນິກການປຸກສ້າງເຮືອນຮົ່ມສຳລັບປູກພືດຜັກ ຊ່ວງລະດູຝົນ ເພື່ອເພີ່ມລາຍຮັບໃຫ້ຊາວກະສິກອນ

ໃນລະຫວ່າງວັນທີ 14-17 ທີ່ຜ່ານມານີ້ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ), ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ຮ່ວມກັບໂຄງການສ້າງໂຕແບບໃນການຜະລິດ, ການເກັບຮັກສາ ແລະ ການຂະຫຍາຍແນວພັນຜັກບົ່ວແບ່ງ (KOPIA) ໄດ້ມີການສະໜັບສະໜູນທາງດ້ານວັດຖຸອຸປະກອນໃນການປຸກສ້າງເຮືອນຮົ່ມ ແລະ ສາທິດເຕັກນິກການປຸກສ້າງເຮືອນຮົ່ມ ຢູ່ພື້ນທີ່ຊາວກະສິກອນ ເຊິ່ງຈັດຕັ້ງຢູ່ທີ່ບ້ານຂັນໝາກ, ເມືອງວັງວຽງ, ແຂວງວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 13 ຄົນ ຈຸດປະສົງ 1) ເພື່ອພັດທະນາດ້ານເຕັກນິກການປູກພືດຜັກ ໃນຊ່ວງລະດູຝົນ ເພື່ອເພິ່ມລາຍຮັບໃຫ້ແກ່ຊາວກະສິກອນ. ການຈັດຕັ້ງປະຕິບັດໃນຄັ້ງນີ້ ທາງທີມງານຂອງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ມີການນໍາເອົາລະບົບເຮືອນຮົ່ມທີ່ອອກແບບໂດຍ (ສຜໝ) ເອີ້ນວ່າ ແບບຕ່າງລະດັບ (Offset module) ຂະໜາດ 7×21 ແມັດ ເຊິ່ງແຕກຕ່າງຈາກລະບົບເຮືອນຮົ່ມທີ່ມີການນໍາໃຊ້ເຂົ້າໃນການປູກພືດຜັກທີ່ມີໃຫ້ເຫັນຢູ່ໃນຂອບເຂດທົ່ວປະເທດ, ເຮືອນຮົ່ມແບບຕ່າງລະດັບນີ້ ມີຈຸດພິເສດທີ່ດີເດັ່ນແຕກຕ່າງກັບເຮືອນຮົ່ມແບບອຶ່ນໆ ຄື: ອຸນຫະພູມສູງສຸດໂດຍສະເລ່ຍຢູ່ໃນເຮືອນຮົ່ມຈະສູງກວ່າຢູ່ພື້ນທີ່ເປີດ ພຽງແຕ່ 1 ອົງສາເຊ […]