National Agriculture and Forestry Research Institute

ການລົງເຮັດວຽກຂອງຫົວຫນ້າສະຖາບັນ ແລະ ຫົວຫນ້າFAOຮ່ວມກັບການຈັດຕັ້ງທ້ອງຖິ່ນເພື່ອກະກຽມຈັດຕັ້ງປະຕິບັດໂຄງການ ທີ່ແຂວງສະຫວັນນະເຂດ

ໃນລະຫວ່າງວັນທີ 14-16 ສິງຫາ 2024 ນີ້, ທ່ານ ປອ ນ. ຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ພ້ອມດ້ວຍທ່ານ ມະໂນລັກ ບຸນສີຫາລາດ ຫົວໜ້າສູຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້( ສກປພ) ແລະ ທ່ານ ນາງ ຄະຢອງ ມິ ຄິມ ຜູ້ຕາງໜ້າ ອົງການອາຫານ ແລະ ການກະເສດ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງແຂວງ ສະຫວັນນະເຂດ. ນາງ ຄະຢອງ ມິ ຄິມ ໄດ້ແຈ້ງຈຸດປະສົງຂອງອົງການ ອາຫານ ແລະ ການກະເສດ( FAO) ແລະ ການຮ່ວມມືໃນອະນາຄົດກັບອານາດການປົກຄອງທ້ອງຖິ່ນກ່ຽວກັບການຈັດຕັ້ງວຽກງານໃນການຄຸ້ມຄອງ ແລະ ນຳໃຊ້ ຄວາມຫຼາກຫຼາຍທາງດ້ານກະສິກຳ […]