National Agriculture and Forestry Research Institute

ການລົງສຶກສາຊີວະວິທະຍາ ແລະ ເກັບຕົວຢ່າງປາ ເຂດແມ່ນ້ຳໂມ້, ນ້ຳມັດ ແລະ ນ້ຳເນີນ ແຂວງ ຊຽງຂວາງ ແລະ ຫົວພັນ

       ການສຶກສາຊະນິດປາຢູ່ໃນສປປລາວ ແມ່ນໄດ້ເລີ່ມມາໄດ້ຫລາຍປີເຊິ່ງມີຫຼາຍພາກສ່ວນ ແລະ ຫຼາຍຊ່ຽວຊານຊີວະວິທະຍາເຂົ້າມາສຶກສາ. ທ່ານ ໂມຣິກ ກົດເທີລັດ (Maurice Kottelat) ຊ່ຽວຊານຊີວະວິທະຍາປາ ເປັນຜູ້ໜຶ່ງ ທີ່ໄດ້ເຂົ້າມາສຶກສາປາແຕ່ປີ 1996, ທ່ານໄດ້ຂຽນປື້ມຊະນິດປາຢຸ່ໃນລາວ ອອກມານຳໃຊ້ໃນປີ 2001 ປື້ມດັ່ງກ່າວແມ່ນໄດ້ຮ່ວມກັບກົມລ້ຽງສັດ ແລະ ການປະມົງ, ສູນຄົ້ນຄວ້າ ການປະມົງ ແລະ ພາກສ່ວນສຶກສາສິ່ງແວດລ້ອມໃນການສ້າງເຂື່ອນຫຼາຍແຫ່ງໃນຊຸມປີ 1999 ແຕ່ຂໍ້ມູນສ່ວນໃຫຍ່ໃນປື້ມເປັນຊະນິດປາທີ່ມີຢູ່ໃນແມ່ນ້ຳຂອງ ແລະ ແມ່ນໍ້າສາຂານໍ້າຂອງ. ມາຮອດປະຈຸບັນຍັງມີບາງຂໍ້ມູນກ່ຽວກັບຊະນິດປາຢູ່ໃນບາງພາກບາງແມ່ນ້ຳຂອງລາວ ຍັງບໍ່ທັນໄດ້ສຶກສາເຊັ່ນ: ນ້ຳໂມ້, ນ້ຳມັດ ແລະ ນ້ຳເນີນ ເຊິ່ງນອນໃນແຂວງຊຽງຂວາງ ແລະ ແຂວງ ຫົວພັນ ເຊິ່ງແມ່ນ້ຳດັ່ງກ່າວ ເປັນແມ່ນ້ຳທີ່ໄຫຼໄປສູ່ວຽດນາມ ເຊິ່ງອາດມີຊະນິດປາທີ່ແຕກຕ່າງກັບແມ່ນ້ຳຂອງ ແລະ ແມ່ນ້ຳສາຂານ້ຳຂອງ. ຈຸດປະສົງຂອງການລົງຄັ້ງນີ້ ແມ່ນເພື່ອສຶກສາຄວາມຫຼາກຫຼາຍທາງຊີວະວິທະຍາ ແລະ ເກັບຕົວຢ່າງປາ, ເຂດແມ່ນ້ຳໂມ້, ນ້ຳມັດ ແລະ ນ້ຳເນີນ ແຂວງຊຽງຂວາງ ແລະ […]