ການລົງຕິດຕາມການຜະລິດພືດຜັກໃນເຮືອນຮົ່ມຂອງຄອບຄົວຕົວແບບຢູ່ 2 ບ້ານ ເປົ້າໝາຍ ຂອງໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ໃນອາຊີ Development of Vegetable Breeding Technology in Asia ( AFACI_Breeding )

ໃນລະຫວ່າງວັນທີ 14-15 ພະຈິກ 2024 ທີ່ຜ່ານມາ ທີມງານວິຊາການຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ລົງຕິດຕາມການຜະລິດພືດຜັກຂອງຄອບຄົວຕົວແບບຢູ່ 2 ບ້ານເປົ້າໝາຍຄື: ກຸ່ມບ້ານ ນາໄຊ ແລະ ກຸ່ມບ້ານ ຊຽງມວກ ນະຄອນຫຼວງພະບາງ ນຳໂດຍ ທ່ານ ພັດທະນາ ແສງອຸ່ນແກ້ວ ຫົວໜ້າກຸ່ມວຽກ ຄົ້ນຄວ້າພືດຜັກ, ທ່ານ ແສງດາລາ ມູນນະລາດ ແລະ ທ່ານ ຄຳຈັນ ເດັດສະໄໝ. ເຊິ່ງມີຈຸດປະສົງ ລົງເກັບກໍາຂໍ້ມູນເພື່ອໃຫ້ຮູ້ເຖິ່ງສະພາບການຜະລິດພືດຜັກ, ການຈັດການທາງດ້ານເຕັກນິກການປູກ, ການກຽມດິນ, ການໃຫ້ນໍ້າ, ການໃສ່ຝຸ່ນ, ບັນຫາ ແລະ ຂໍ້ຈໍາກັດໃນການຜະລິດເພື່ອຊອກຫາວິທີແກ້ໄຂຊ່ວຍຊາວກະສິກອນ ໃນການເພີ່ມປະສິດທິພາບໃນການຜະລິດ ໂດຍສະເພາະການປູກໃນລະດູຝົນ ເຊິ່ງໄດ້ສັງເກດເບິ່ງສະພາບການຜະລິດຂອງແຕ່ລະກຸ່ມ, ການນໍາໃຊ້ເຕັກນິກໃນການຜະລິດ ແລະ ສຶກສາເຖິງປັດໄຈທີ່ໃຊ້ການຜະລິດຂອງຊາວກະສິກອນ. ການລົງຕິດຕາມໃນຄັ້ງນີ້ທາງທີມງານ ແມ່ນໄດ້ມີການສໍາພາດຊາວກະສິກອນທັງ 2 ກຸ່ມບ້ານ ເຖິງສະພາບການຜະລິດພືດຜັກຊ່ວງລະດູແລ້ງ ແລະ ລະດູຝົນ ໃນໄລຍະທີ່ຜ່ານມາເພື່ອໃຫ້ຮູ້ກ່ຽວກັບບັນດາຊະນິດພືດທີ່ເປັນທ່າແຮງໃນການຜະລິດເປັນສິນຄ້າ ລວມໄປເຖິງແຫຼ່ງລາຍຮັບຂອງຊາວກະສິກອນກຸ່ມເປົ້າໝາຍ ນອກຈາກນັ້ນຍັງໄດ້ເກັບກໍາຂໍ້ມູນສະພາບບັນຫາ […]




Users Today : 380
Users Yesterday : 54
This Month : 434
This Year : 79860
Total Users : 787850