National Agriculture and Forestry Research Institute

ການມອບອຸປະກອນການຜະລິດ ແລະ ການຝຶກອົບໃຫ້ແກ້ຊາວກະສິກອນກຸ່ມຜະລິດຜັກ ບ້ານສິມມະໂນໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

                   ໃນວັນທີ່ 24 ພຶດສະພາ 2022 ທີ່ຜ່ານມາ ຢູ່ຫ້ອງການບ້ານສິມມະໂນໃຕ້ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໄດ້ມອບອຸປະກອນການຜະລິດໃຫ້ແກ່ຊາວກະສິກອນກຸ່ມຜະລິດພືດຜັກບ້ານສິມມະໂນໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານມອບໂດຍທ່ານ ປອ ນ. ໃຈ ບຸນພະນຸໄຊ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ປອ ນ. ຈັນທະຄອນ ບົວລະພັນ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ປອ ລີ ອຶງໂຫ ຜູ້ຈັດການໂຄງການ (KRC) ນອກຈາກນັ້ນ, ກໍ່ມີຜູ້ຕ່າງໜ້າຈາກຂະແໜງປູກຝັງ ພະແນກກະສິກໍາ […]