National Agriculture and Forestry Research Institute

ການມອບອຸປະກອນການຜະລິດໃຫ້ກຸ່ມໂຕແບບການທົດສອບນໍາໃຊ້ເຕັກນິກ ແລະ ແນວພັນໃໝ່ດ້ານພືດຜັກ

          ພືດຜັກມີບົດບາດຄວາມສໍາຄັນທາງດ້ານທາດອາຫານ, ສາມາດສ້າງລາຍຮັບໃຫ້ແກ່ຊາວກະສິກອນໄດ້ທັງເຂດຊົນນະບົດ ແລະ ເຂດໃກ້ຕົວເມືອງ, ການຜະລິດພືດຜັກເປັນໜື່ງອາຊີບທີ່ມີທ່າແຮງໃນການສ້າງລາຍຮັບເພີ່ມຂຶ້ນໃຫ້ແກ່ຊາວກະສິກອນທີ່ທໍາການຜະລິດ, ສ້າງວຽກເຮັດງານທໍາ ແລະ ການຈ້າງງານ ແລະ ສາມາດເພີ່ມໂອກາດທາງດ້ານການຕະຫຼາດໃນລະດັບພາກພື້ນ ແລະ ລະດັບຊາດ. ແຕ່ວ່າການຜະລິດພືດຜັກຂອງຊາວກະສິກອນນັ້ນແມ່ນມີຫຼາກຫຼາຍບັນຫາທີສົ່ງຜົນຕໍ່ປະລິມານ ແລະ ຄຸນນະພາບຂອງຜົນຜະລິດຜັກ ໂດຍສະເພາະໃນຊ່ວງລະດູຝົນ ເຊັ່ນ:  ຕົ້ນທຶນການຜະລິດພືດຜັກຂ້ອນຂ້າງສູງ ເນື່ອງຈາກປັດໃຈການຜະລິດສ່ວນໃຫ່ຍແມ່ນນໍາເຂົ້າຈາກຕ່າງປະ ເທດ ເປັນຕົ້ນແມ່ນ ຝຸ່ນ, ຢາປ້ອງກັນກໍາຈັດພະຍາດ ແລະ ແມງໄມ້ ທີມີລາຄາເພິ່ມຂື້ນ 3-4 ເທົ່າ, ການຜະລິດມີການສູນເສຍຫຼັງການເກັບກ່ຽວຂ້ອນຂ້າງສູງ 20-50% ເນື່ຶອງຈາກບໍ່ມີສ້າງເຢັນເກັບມ້ຽນ, ຫ້ອງຄັດແຍກຜົນຜະລິດ ແລະ ການຫຸ່ມຮໍ່, ຊາວກະສິກອນທີ່ທໍາການຜະລິດພືດຜັກສວ່ນໃຫຍ່ເປັນຊາວກະສິກອນຂະໜາດນ້ອຍມີທຶນຈໍາກັດ, ຂາດຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການຜະລິດໃຫ້ເປັນສິນຄ້າ ໂດຍສະເພາະການຕອບສະໜອງໃຫ້ແກ່ຜູ້ບໍລິໂພກທາງພາກບໍລິການ ເຊັນ: ຮ້ານອາຫານ, ພັດຕະຄານ, ຮ້ານສະດວກຊື້ ແລະ ຮ້ານຊຸບເປີມາເກດ, ເຊີ່ງເຮັດໃຫ້ຊາວກະສິກອນບໍ່ໄດ້ຮັບຜົນປະໂຫຍດຈາກການຜະລິດເທົ່າທີ່ຄວນ  ເພື່ອເປັນການແກ້ໄຂບັນ ຫາໃຫ້ແກ່ຊາວກະສິກອນໃນອະນາຄົດສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກກໍ່ຄືສະຖາບັນຄົ້ນຄວ້າກະສິກໍາ, […]