ການຝຶກອົມຮົ່ມໃຫ້ຊາວກະສິກອນກຸ່ມຜະລິດພືດຜັກບ້ານນາໄຊ ແລະ ບ້ານນາເດືອຍ ນະຄອນຫຼວງພະບາງ ແຂວງຫຼວງພະບາງ
ໃນວັນທີ 2 ກັນຍາ 2022 ທີ່ຜ່ານມາສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ໃນອາຊີ (AFACI_Breeding) ໄດ້ຈັດຝຶກອົບຮົມໃຫ້ແກ່ຊາວກະສິກອນກຸ່ມຜະລິດພືດຜັກ ບ້ານາໄຊ ແລະ ນາເດືອຍ ຢູ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໃນຫົວຂໍ້ ການເພິ່່ມລາຍຮັບໃຫ້ຊາວກະສິກອນຂະໜາດນ້ອຍໂດຍການນໍາໃຊ້ແນວພັນ ແລະ ເຕັກ ນິກທີ່ເໝາະສົມເຂົ້າໃນການຜະລິດພືດຜັກ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 28 ທ່ານ, ຍິງ 12 ທ່ານ. ຈຸດປະສົງ 1). ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ຊາວກະສິກອນ ທາງດ້ານແນວພັນ ແລະ ເຕັກນິກການຜະລິດ ໂດຍສະເພາະເຕັກການຜະລິດພືດຜັກໃນຊ່ວງລະດູ ຝົນ ເພື່ອເຮັດໃຫ້ຊາວກະສິກອນມີລາຍຮັບເພິ່ມຂຶ້ນ, 2). ເພື່ອເຜີຍແຜຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງ ຄົມໃຫ້ຫຼາຍຂຶ້ນ. ການຝຶກອົບຮົມໄດ້ດໍາເນີນເປັນເວລາ 1 ວັນ ໂດຍຄູຝຶກຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ ໝາກ. ການຝຶກອົບຮົມໃນຄັ້ງນີ້ໄດ້ເນັ້ນໃສ່ການປະຕິບັດໂຕຈິງ ຢູ່ພື້ນທີ່ຂອງຊາວກະສິກອນໂດຍກົງ ເຊິ່ງນັກສໍາມະນາກອນທີ່ເຂົ້າຮ່ວມໄດ້ແລກປ່ຽນ ແລະ […]





Users Today : 451
Users Yesterday : 54
This Month : 505
This Year : 79931
Total Users : 787921