National Agriculture and Forestry Research Institute

ການຝຶກອົບຮົມເຕັກນິກການຜະລິດເມັດພັນ ແລະ ການເກັບຮັກສາເມັດພັນພືດຜັກເພື່ອໃຫ້ເມັດພັນມີຄຸນນະພາບ

ຮຽບຮຽງໂດຍ: ຄໍາຈັນ ເດັດສະໄໝ              ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (HRC) ໃນລະຫວ່າງວັນທີ 23 ຫາ 24 ມິຖຸນາ 2025 ທີ່ຜ່ານມານີ້ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ) ຮ່ວມກັບກົມສົ່ງເສີມກະສິກໍາ ແລະ ສະຫະກອນ ໄດ້ເປີດການຝຶກອົບຮົມໃນຫົວຂໍ້: ການຝຶກອົບຮົມເຕັກນິກການຜະລິດເມັດພັນ ແລະ ການເກັບຮັກສາເມັດພັນພືດຜັກ ເພື່ອໃຫ້ເມັດພັນມີຄຸນນະພາບ ໃຫ້ແກ່ທີມງານວິຊາການ ແລະ ກຸ່ມຊາວກະສິກອນ ຈາກ 2 ແຂວງເປົ້າໝາຍຂອງໂຄງການ ຄື: ນະຄອນຫຼວງວຽງຈັນ ແລະ ແຂວງເຊກອງ ເຊິ່ງມີຜູ້ເຂົ້າຮ່ວມ ຈໍານວນ 26 ຄົນ ທີ່ ມາຝຶກອົບຮົມ ແລະ ແລກປ່ຽນບົດຮຽນໃນສູນ ແລະ ພື້ນທີ່ກຸ່ມຕົວແບບຂອງ (ສຜໝ) ໂດຍການຕ້ອນຮັບຢ່າງອົບອຸ່ນ ແລະ ເປັນກັນເອງ ຂອງທ່ານ ປ.ອ ທອງຄູນ ສີສະໄພທອງ […]