National Agriculture and Forestry Research Institute

ການຝຶກອົບຮົມເຕັກນິກການຜະລິດພືດຜັກໃຫ້ເປັນສິນຄ້າໃນເງືອນໄຂການປ່ຽນແປງດິນຟ້າອາກາດໃຫ້ແກ່ຊາວກະສິກອນ ບ້ານໂພນສີ ດາ ແລະ ບ້ານນາຊາຍຂາວ ເມືອງກາສີ ແຂວງວຽງຈັນ

ໃນລະຫວ່າງວັນທີ 10-11 ກັນຍາ 2024 ທີ່ຜ່ານມາສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຮ່ວມກັບໂຄງການ KOICA ໄດ້ເປີດການຝຶກອົບຮົມ ໃນຫົວຂໍ້ ເຕັກນິກການຜະລິດພືດຜັກໃຫ້ເປັນສິນຄ້າໃນເງືອນໄຂການປ່ຽນ ແປງດິນຟ້າອາກາດ ຢູ່ທີ່ບ້ານໂພນສີດາ ແລະ ບ້ານນາຊາຍຂາວ ເມືອງກາສີ ແຂວງວຽງຈັນ, ເຊິ່ງມີຜູ້ເຂົ້າຮ່ວມການຝຶກອົບຮົມ ທັງໝົດ ຈໍານວນ 60 ທ່ານ, ຍິງ 55 ທ່ານ, ໃນການຝຶກອົບຮົມ ໄດ້ແບ່ງອອກເປັນ 2 ພາກ ຄື: (1). ພາກທິດສະດີໄດ້ນໍາສະເໜີຜ່ານຜ່ານທາງພາວເວີພອຍ, ໂປສເຕີ ແລະ ແຜນພັບ ເຊິ່ງນັກສໍາມະນາກອນໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບບັນຫາ ແລະ ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ກັບການຜະລິດຜັກ, ເຕັກນິກການປັບໂຕຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ ເພື່ອຫຼຸດຜ່ອນຜົນກະທົບທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກ, ການຄົ້ນຄວ້າ ແລະ ການພັດທະນາທາງດ້ານແນວພັນພືດຜັກ, ເຕັກນິກການຜະລິດເມັດພັນພືດຜັກໃຫ້ມີຄຸນນະພາບ, ຄວາມຮູ້ທົ່ວໄປກ່ຽວກັບເຕັກນິກການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂການປ່ຽນແປງດິນຟ້າອາກາດ, ປັດໃຈທີກ່ຽວຂ້ອງຕໍ່ການຜະລິດພືດຜັກໃຫ້ເປັນສິນຄ້າ ເຊັ່ນ: ປັດໃຈທາງດ້ານແນວພັນ, ສະຖານທີ, ແຫຼ່ງນໍ້າ, ເຕັກນິກການປູກ, […]