National Agriculture and Forestry Research Institute

ການຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ຊາວນາສາມາດຫັນເປັນຜູ້ຜະລິດເຂົ້າເພື່ອເປັນສິນຄ້າ

ໃນລະຫວ່າງວັນທີ 4-6 ພຶດສະພາ 2023 ທີ່ຜ່ານມາ ສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ຮ່ວມກັບ ໂຄງການສ້າງພື້ນຖານໃນການຜະລິດເຂົ້າທັນສະໄໝຢູ່ ສປປ ລາວ(KOPIA) ໄດ້ເປີດຝຶກອົບຮົມໃຫ້ແກ່ກຸ່ມຊາວນາ ບ້ານນາຊາ, ບ້ານໝາກນາວເໜືອ ແລະ ບ້ານ ໝາກຮຽວ ເມືອງປາກງຶ່ມ, ນະຄອນຫຼວງວຽງຈັນ ໃນຫົວຂໍ້: ເຕັກນິກວິທີການປູກເຂົ້າແບບຕ່າງໆ, ເຕັກນິກການຈັດການຝຸ່ນ, ປຸຍແບບປະສົມປະສານ ແລະ ເຕັກນິກການຈັດການສັດຕູພືດແບບປະສົມປະສານ, ໂດຍການເປັນປະທານຂອງທ່ານ ທ່ານ ຄຳແສນ ສົມພານດີ, ຮອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກງຶ່ມ, ມີທ່ານ ນາຍບ້ານ, ຮອງນາຍບ້ານ ແລະ ຊາວນາກຸ່ມເປົ້າໝາຍ ທັງ 3 ບ້ານເຂົ້າຮ່ວມ. ໂດຍການເປັນຄູຝຶກ ຂອງຊ່ຽວຊານຜູ້ຊຳນານທາງດ້ານການຄົ້ນຄວ້າເຂົ້າ ຈາກສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ, ຈຸດປະສົງຂອງການຝຶກອົບຮົມແມ່ນ ເພື່ອຖ່າຍທອດບົດຮຽນ, ປະສົບການ, ຄວາມຮູ້ຈາກສູນສະຖານີຄົ້ນຄວ້າຂອງພາກລັດໃຫ່ກຸ່ມຊາວນາເປົ້າໝາຍໂຄງການ, ສ້າງຄວາມເຂັ້ມແຂງໃຫ້ຊາວນາສາມາດຫັນເປັນຜູ້ຜະລິດເຂົ້າເພື່ອເປັນສິນຄ້າໃນຊຸມຊົນຂອງເຂົາເຈົ້າໄດ້. ການຈັດຕັ້ງປະຕິບັດໃນການຝຶກອົບຮົມໄດ້ນຳສະເໜີພາກທິດສະດີຜ່ານ ພາວເວີພອຍ ເຊິ່ງນັກສຳມະນາກອນໄດ້ເປີດສົນທະນາແລກປ່ຽນ […]