National Agriculture and Forestry Research Institute

ພິທີ ມອບ-ຮັບ ອຸປະກອນ, ເມັດພັນ ແລະ ທ່ອນພັນພືດອາຫານສັດເພື່ອປັບປຸງການຜະລິດອາຫານສັດໃຫ້ພຽງພໍໃນລະດູແລ້ງ ອີງຕາມຫຼັກນິເວດກະສິກຳ ແລະ ການສ້າງບ້ານຕົວແບບການຜະລິດງົວເປັນສິນຄ້າ,  ເມືອງແປກ, ແຂວງຊຽງຂວາງ

ໃນລະຫວ່າງວັນທີ 20-21 ກໍລະກົດ 2024,  ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດພິທີ ມອບ-ຮັບ ອຸປະກອນ, ເມັດພັນ ແລະ ທ່ອນພັນພືດອາຫານສັດໃຫ້ແກ່ຊາວກະສິກອນ ບ້ານມວນ ແລະ ບ້ານໂຕນເໜືອ ເພື່ອປັບປຸງການຜະລິດອາຫານສັດໃຫ້ພຽງພໍໃນລະດູແລ້ງ ອີງຕາມຫຼັກນິເວດກະສິກຳ ແລະ ການສ້າງບ້ານຕົວແບບການຜະລິດງົວເປັນສິນຄ້າ; ພາຍໃຕ້ ການສະ ໜັບສະໜູນຂອງໂຄງການ ປັບປຸງລະບົບນິເວດກະສິກຳ ແລະ ຄວາມປອດໄພຂອງອາຫານ (ASSET) ພິທີດັ່ງກ່າວ ເປັນກຽດມອບໂດຍ ທ່ານ ປອ. ນ. ຈັນທະຄອນ ບົວລະພັນ, ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) , ທ່ານ ປອ.ນ.ພອນວິໄລ ສີນະວົງ ຜູ້ປະສານງານໂຄງການ ASSET ປະຈໍາ NAFRI,  ທ່ານ ນ. ຫົງນະພາ ພົມມະບຸດ, ຜູ້ປະສານງານລະດັບສູນກາງ ຂອງໂຄງການ ASSET, […]

ການຝຶກອົບຮົມການຜະລິດພືດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດໃຫ້ແກ່ພະນັກງານ ແລະ ຊາວກະສິກອນ ຢູ່ເມືອງ ພູກູດ ແຂວງຊຽງຂວາງ

          ໃນລະຫວ່າງວັນທີ 18-21 ຕຸລາ 2022 ທີ່ຜ່ານມາສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຮ່ວມກັບໂຄງການ ADRA ໄດ້ເປີດການຝຶກອົບຮົມ ໃນຫົວຂໍ້ ການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂການປ່ຽນແປງດິນຟ້າອາກາດ ຂຶ້ນຢູ່ທີ່ສະໂມສອນ ຫ້ອງວ່າການເມືອງພູກູດ ແຂວງຊຽງຂວາງ ເຊິ່ງມີຜູ້ເຂົ້າຮ່ວມການຝຶກອົບຮົມ ທັງໝົດ ຈໍານວນ 14 ທ່ານ, ຍິງ 7 ທ່ານ. ເຊິ່ງມາຈາກຫຼາຍພາກສວນເຊັນ: ຊາວກະສິກອນກຸມຜະລິດພືດຜັກ, ສະມາຄົມຄົນພິການແຂວງຊຽງຂວາງ, ສະມາຄົມ SEADA, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງພູກູດ ແລະ ພະແນກກະສິກໍາແລະ ປ່າໄມ້ ແຂວງຊຽງຂວາງ. ໂດຍການເປັນຄູຝຶກຂອງຊຽວຊານຜູ້ຊໍານານການທາງດ້ານພືດຜັກ ຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຈຸດ ປະສົງຂອງການຝຶກອົບຮົມແມ່ນເພື່ອສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂການປ່ຽນແປງຂອງດິນຟ້າອາກາດ ແລະ ການເຜີຍແຜຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງຄົມໃຫ້ຫຼາຍຂຶ້ນ. ການຈັດຕັ້ງປະຕິບັດໃນການຝຶກອົບຮົມ ໄດ້ແບ່ງອອກເປັນ 2 ພາກ ຄື: (1). ພາກທິດສະດີໄດ້ນໍາສະເໜີຜ່ານຜ່ານທາງພາວເວີພອຍ, ໂປສເຕີ […]