National Agriculture and Forestry Research Institute

ການທັດສະນະສຶກສາຂອງກຸ່ມຜະລິດພືດຜັກຕົວແບບຂອງໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

          ໃນວັນທີ 5 ກໍລະກົດ 2022 ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໄດ້ນໍາພາຄອບຄົວຕົວແບບກຸ່ມຜະ ລິດພືດຜັກໄປທັດສະນະ ແລະ ແລກປ່ຽນບົດຮຽນກັບສະຫະກອນຜະລິດກະສິກໍາອິນຊີ ບ້ານທ່າຊ້າງ ແລະ ສະຫະ ກອນຜະລິດກະສິກໍາອິນຊີ ບ້ານທົງມັງ ຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊາວກະສິກອນກຸ່ມຜະລິດພືດຜັກທີ່ເປັນກຸ່ມເປົ້າໝາຍຂອງໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC). ການທັດສະນະ ແລະ ແລກປ່ຽນບົດຮຽນໃນຄັ້ງນີ້ ມີຜູ້ເຂົ້າຮ່ວມຈາຫຼາຍພາກສ່ວນ ເຊັ່ນ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຫ້ອງການກະສິກໍາປ່າໄມ້ເມືອງຫາດຊາຍຟອງ ແລະ ຊາວກະສິກອນກຸ່ມຜະລິດພືດຜັກ ຈາກ 2 ກຸ່ມບ້ານເປົ້າໝາຍຂອງໂຄງການ ຄື: ບ້ານຊາຍຟອງເໜືອ ແລະ ບ້ານທ່າແຂກ ເຊິ່ງມີຜູ້ເຂົ້າຮວ່ມທັງໝົດ 30 […]