National Agriculture and Forestry Research Institute

ການຄັດເລືອກບ້ານຕົວແບບ ແລະ ຄອບຄົວຕົວແບບໃນການຜະລິດ, ການເກັບຮັກສາ ແລະ ຂະຫຍາຍແນວພັນຜັກບົ່ວແບ່ງ ໃນເມືອງປາກຊັນ ແລະ ເມືອງທ່າພະບາດ, ແຂວງບໍລິຄໍາໄຊ

ຂຽນໂດຍ:   ຕີ ວິໄລພັນ ເບີໂທລະສັບ: 020 58837887, ອີເມວ: teevlp@yahoo.com, teevlphhrc@gmail.com ກຸ່ມວຽກຄົ້ນຄວ້າພືດຜັກ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແຂວງບໍລິຄໍາໄຊເປັນແຂວງໜຶ່ງທີມີພື້ນຖານການຜະລິດກະສິກໍາ ເພື່ອຄໍາປະກັນທາງດ້ານສະບຽງອາຫານ ແລະ ສົງອອກພະລິດຕະພັນກະສິກໍາອອກສູ່ບັນດາແຂວງອ້ອມຂ້າງ ໂດຍສະເພາະແມ່ນການສົ່ງສິນຄ້າກະສິກໍາເຂົ້າມາຈໍາໜ່າຍຢູ່ໃນນະຄອນຫຼວງວຽງຈັນ, ເນື່ອງຈາກວ່າແຂວງບໍລິຄໍາໄຊເປັນແຂວງທີ່ຕິດກັບສັນທາງຫຼວງແຫ່ງຊາດເລກທີ 13 ໃຕ້ຈຶ່ງເຮັດໃຫ້ການຂົນສົ່ງສີນຄ້າ ແລະ ການກະຈາຍຜະລິດຕະພັນກະສິກໍາມີຄວາມສະດວສະບາຍ ໂດຍສະເພາະແມ່ນຜະລິດຕະພັນຂອງ ພືດຜັກ ແລະ ໝາກໄມ້ ເຊິງເຮັດໃຫຊາວກະສິກອນມີຜົນກໍາໄລຈາກການຜະລິດພືດຜັກ. ໂດຍອິງຕາມຂໍ້ມູນທາງດ້ານສະຖິຕິກະສິກໍາຂອງກົມປູກຝັງປະຈໍາປີ 2022 ໃຫ້ຮູ້ວ່າທົ່ວແຂວງບໍລິຄໍາໄຊມີເນື້ອທີ່ການປູກພືດຜັກທັງໝົດ 77.805 ເຮັກຕາ. ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດທີ່ກ່ຽວພັນກັບວຽກງານກະສິກໍາ ໂດຍສະເພາະແມ່ນວຽກງາານການສຸກຍູ່ການນໍາໃຊ້ແນວພັນ ແລະ ເຕັກນິກອັນໃໝ່ເຂົ້າໃນການຜະລິດພືດຜັກ ເພື່ອຫຼຸດຜ່ອນການນໍາເຂົ້າທາງດ້ານແນວພັນ, ຜະລິດຕະພັນສົດ ແລະ ຜະລິດເພື່ອເປັນສີນຄ້າສົ່ງອອກທາງພາຍໃນ ແລະ ຕ່າງປະເທດ ໃນວັນທີ່ 8 – 11 ພຶດສະພາທີ່ຜ່ານມານີ້ ທາງທີມງານຂອງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິງຂື້ນສະຖາບັນຄົ້ນຄວ້າກະສິກຳ, […]