National Agriculture and Forestry Research Institute

ກອງປະຊຸມ ລິເລີ່ມໂຄງການ “ການເຊື່ອມສານລະບົບການເກັບກໍາຂໍ້ມູນ ຕົວຊີ້ວັດວິທະຍາສາດ ແລະ ເຕັກໂນໂລຊີ ກະສິກຳ (ASTI) ເຂົ້າໃນລະບົບສະຖິຕິແຫ່ງຊາດ”

ໃນວັນທີ 2 ສິງຫາ 2024 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຈັດກອງປະຊຸມ ປະຊຸມລິເລີ່ມໂຄງການ “ການເຊື່ອມສານລະບົບການເກັບກໍາຂໍ້ມູນ ຕົວຊີ້ວັດວິທະຍາສາດ ແລະ ເຕັກໂນໂລຊີ ກະສິກຳ (ASTI) ເຂົ້າໃນລະບົບສະຖິຕິແຫ່ງຊາດ” ທີ່ ໂຮງແຮມ ລາວ ພລາຊາ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ນ. ເພັດສະຫມອນ ສອນ, ຮອງຫົວໜ້າ ສູນສະຖິຕິ ແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ, ມີບັນດານັກຄົ້ນຄວ້າ ຈາກກະຊວງອ້ອມຂ້າງ ແລະ ບັນດາກົມ ໃນຖານະທີ່ເປັນຜູ້ໃຫ້ຂໍ້ມຸນທາງດ້ານຕົວຊີວັດວິທະຍາສາດກະສິກຳ ແລະ ຄູ່ຮ່ວມພັດທະນາ ເຊັ່ນ: ສະຖາບັນຄຸ້ມຄອງນໍ້າສາກົນ IWMI, ສູນຄົ້ນຄວ້າ ກະສິກຳນານາຊາດ ອົດສະຕຣາລີ ACIAR […]