National Agriculture and Forestry Research Institute

ກອງປະຊຸມ ປຶກສາຫາລືໃນຂະແໜງການຍ່ອຍຊີວະນາໆພັນກະສິກໍາ ເພື່ອກຳນົດພາກສ່ວນກ່ຽວຂ້ອງ ແລະ ການປະສານງານ

ໃນວັນທີ 12 ກໍລະກົດ 2024 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມ ປະຊຸມ ປຶກສາຫາລືໃນຂະແໜງການຍ່ອຍຊີວະນາໆພັນກະສິກໍາ ເພື່ອກຳນົດພາກສ່ວນກ່ຽວຂ້ອງ ແລະ ການປະສານງານ, ທີ່ຫ້ອງປະຊຸມໃຫຍ່ ສະຖາບັນຄົ້ນຄວ້າໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປອ.ນາງ  ຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ນາງ ຊອງ ມີຄີມ, ຫົວໜ້າອົງການອາຫານ ແລະ ການກະເສດ ປະຈໍາ ສປປ ລາວ, ມີຕາງໜ້າຈາກບັນດາກົມຕ່າງພາຍໃນກະຊວງກະສິກຳ ແລະ ປ່າໄມ້, ຕາງໜ້າຈາກ IRRI, IWMI, IFAD, ອາຈານຈາມມະຫາວິທະຍາໄລແຫ່ງຊາດ, ມີຫົວໜ້າສູນ, ຮອງຫົວໜ້າສູນພາຍສະຖາບັນ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ. ດັ່ງທີ່ພວກເຮົານໍາກັນແລ້ວວ່າ ສປປ ລາວ ມີຄວາມເນື້ອທີ່ຄວາມປົກຫຸ້ມຂອງປ່າໄມ້ຫຼາຍກວ່າໝູ່ໃນບັນດາປະເທດອາຊຽນ, ມີຊີວະນາໆພັນທີ່ມີຄຸນຄ່າສູງ ເຊິ່ງປະກອບມີ 8,000-11,000 ຊະນິດພືດ, ສັດລ້ຽງລູກດ້ວຍນົມຫຼາຍກວ່າ […]