National Agriculture and Forestry Research Institute

ກອງປະຊຸມ ປະເມີນຜົນໂຄງການກາງ ປີ 2024 ຂອງສູນການຮ່ວມມືເພື່ອປະດິດສ້າງ ນະວັດຕະກຳ ກະສິກຳ ສ. ເກົາຫຼີ

ໃນຕອນບ່າຍຂອງວັນທີ່ 4 ກໍລະກົດ 2024 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ຈັດກອງປະຊຸມ ປະເມີນຜົນໂຄງການກາງ ປີ 2024 ຂອງສູນການຮ່ວມມືເພື່ອປະດິດສ້າງ ນະວັດຕະກຳ ກະສິກຳ ສ. ເກົາຫຼີ ຢູ່ທີ່ ຫ້ອງປະຊຸມສຳນັກ ສກປພ ໂດຍການເປັນທະທານຂອງທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ຄວນ ໂດຮາ ອານວຍການສູນ ຄົ້ນຄວ້າກະສິກຳສາກົນແຫ່ງປະເທດ ສ. ເກົາຫຼີ (KOPIA), ມີທ່ານຮອງຫົວໜ້າສະຖາບັນ, ທ່ານ ປອ ບຸນຖອງ ບົວຫອມ ອາດີດຫົວໜ້າສະຖາບັນ ແລະ ເປັນປະທານສະມາຄົນຢາງພາລາລາວ, ທ່ານ ປອ ພົມມີ ອິນທະຈັກ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ […]